ຄະນະຜູ້ແທນຂັ້ນສູງສາມແຂວງ ຮ່ວມສະຫຼອງສອງວັນປະຫວັດສາດລາວ ແລະ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ

17/12/2022

ຄະນະຜູ້ແທນຂັ້ນສູງສາມແຂວງ ຮ່ວມສະຫຼອງສອງວັນປະຫວັດສາດລາວ ແລະ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ

ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ຮ່ວມສະຫຼອງສອງວັນປະຫວັດສາດລາວ ແລະ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ, ຫວ່າງບໍ່ດົນມານີ້ ຄະນະຜູ້ແທນຂັ້ນສູງແຂວງຈຳປາສັກ ນໍາໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ; ພ້ອມດ້ວຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ແລະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ອະນຸສອນ ປະທານ ໂຮ່ຈິມິນ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງຄຸນງາມ ຄວາມດີຂອງເພິ່ນ. ຈາກນັ້ນກໍໄດ້ຢ້ຽມຊົມການວາງສະແດງຮູບພາບຕ່າງໆຢູ່ຫໍວັດທະນະທຳນະຄອນໂຮ່ຈີມິນ. ພາຍຫຼັງສຳເລັດເຂົ້າຮ່ວມງານວາງສະແດງຮູບພາບ ກໍໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ໂດຍມີ ທ່ານ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນໂຮ່ຈິມິນ ພ້ອມດ້ວຍພະນັກງານ ແລະ ຕາງໜ້ານັກສຶກສາລາວທີ່ສຶກສາຢູ່ນະຄອນໂຮ່ຈິມິນເຂົ້າຮ່ວມ.

ໃນພິທີ ທ່ານ ຫງວຽນ ວັນເນນ ແລະ ທ່ານ ສັນຕິພາບ ພົມວິຫານ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນສາຍພົວພັນການຮ່ວມມືແບບພິເສດຮອບດ້ານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະໃນໄລຍະທີ່ຮ່ວມທຸກຮ່ວມສຸກຕີສັດຕູໂຕດຽວກັນ ຈົນໄດ້ຮັບໄຊຊະນະ ພາຍຫຼັງສອງປະເທດໄດ້ກ້າວເຂົ້າສູ່ສັງກາດໃໝ່ແຫ່ງສັນຕິພາບ ເອກະລາດ ແລະ ການສ້າງສາພັດທະນາສູ່ຄວາມວັດທະນາຖາວອນ ເພື່ອປົກປ້ອງໝາກຜົນຂອງການປະຕິວັດ ແລະ ເປັນພື້ນຖານໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືລາວ-ຫວຽດນາມເຂົ້າສູ່ລວງເລິກ ສອງປະເທດໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືທີ່ນະຄອນຫຼວງວຽງຈັນ ໃນວັນທີ 18 ກໍລະກົດ 1977 ຊຶ່ງສົນທິສັນຍາດັ່ງກ່າວໄດ້ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການພົວພັນຮ່ວມມືຮອບດ້ານ ທີ່ສອດຄ່ອງກັບຫຼັກການສາກົນຂອງການພົວພັນລະຫວ່າງປະເທດໄດ້ຮັບການຜັນຂະຫຍາຍເຂົ້າສູ່ຕົວຈິງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ມີປະສິດທິຜົນຍິ່ງຂຶ້ນ ເປັນປັດໄຈຊ່ວຍໜູນອັນສໍາຄັນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຢູ່ສອງປະເທດ ເຖິງວ່າສະພາບການໃນພາກພື້ນ ແລະ ສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ ສະຫຼັບສັບຊ້ອນບວກກັບຄວາມຫຍຸ້ງຍາກຢູ່ພາຍໃນຂອງ 2 ປະເທດ ແຕ່ສາຍພົວພັນພິເສດລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ ຊຶ່ງສະແດງໃຫ້ເຫັນໃນການພົວພັນດ້ານການເມືອງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດສືບຕໍ່ມີຄວາມໜັກແໜ້ນ ການພົວພັນຮອບດ້ານເສດຖະກິດ-ການຄ້າ ການລົງທຶນ ແລະ ຂະແໜງການຕ່າງໆ ນັບທັງການພົວພັນລະຫວ່າງທ້ອງຖິ່ນຂອງ 2 ປະເທດລ້ວນແຕ່ມີຄວາມຄືບໜ້າ ແລະ ພວມນໍາຜົນປະໂຫຍດຕົວຈິງໃຫ້ແກ່ທັງ 2 ຝ່າຍ ຊຶ່ງການສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມຢູ່ນະຄອນໂຮ່ຈິມິນຄັ້ງນີ້ ເປັນກິດຈະກຳໜຶ່ງເພື່ອເປັນການທົບທວນຫວນຄືນ ມູນເຊື້ອອັນລໍ້າເລີດຂອງສອງຊາດໃຫ້ຄົນຮຸ່ນຫຼັງໄດ້ສານຕໍ່ ແລະ ສືບຕໍ່ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ພ້ອມທັງເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອຈົ່ງຍືນຍົງຢູ່ກັບພາລະກິດພວກເຮົາຕະຫຼອດໄປ.

 

ຂ່າວ-ພາບ: ທັດຊະນະ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100