ຈຳປາສັກ-ດົ່ງຖັບ ລົງນາມບົດບັນທຶກການຮ່ວມມື ໄລຍະສົກປີ 2022-2025

17/12/2022

ຈຳປາສັກ-ດົ່ງຖັບ ລົງນາມບົດບັນທຶກການຮ່ວມມື ໄລຍະສົກປີ 2022-2025

ໃນວັນທີ 27 ສິງຫາ ຜ່ານມານີ້ ທີ່ແຂວງດົ່ງຖັບ ສສ ຫວຽດນາມ ໄດ້ມີກອງປະຊຸມພົບປະ ແລະພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມື ລະຫ່ວາງ ແຂວງຈຳປາສັກ ແຫ່ງ ສປປ ລາວ ແລະ ແຂວງດົ່ງຖັບ ແຫ່ງ ສສ ຫວຽດນາມ ໄລຍະສົກປີ 2022-2025 ຊຶ່ງຝ່າຍແຂວງຈຳປາສັກຂອງລາວ ນຳໂດຍ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ຝ່າຍແຂວງດົ່ງຖັບ ຂອງຫວຽດນາມ ນຳໂດຍ ສະຫາຍ ເລ ກວັກ ຟອງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ຫົວໜ້າຄະນະກໍາມະການສະພາແຫ່ງຊາດແຂວງດົ່ງຖັບ ພ້ອມດ້ວຍຄະນະຜູ້ແທນຂອງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ລາຍງານສະພາບເສດຖະກິດ-ສັງຄົມ ຂອງແຕ່ລະແຂວງ ແລະ ພ້ອມກັນຕີລາຄາໝາກຜົນການຮ່ວມມື ລະຫວ່າງສອງຝ່າຍ ໃນໄລຍະສົກປີຜ່ານມາ ແລະ ເພື່ອສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ແລະ ແຂວງດົ່ງຖັບ. ບົນພື້ນຖານລະບຽບ ກົດໝາຍຂອງສອງປະເທດ, ພາລະບົດບາດ ໜ້າທີ່ ສິດ ຂອບເຂດຂອງແຕ່ລະຝ່າຍ. ພາຍຫຼັງໄດ້ຄົ້ນຄວ້າປຶກສາຫາລື, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ຜັນຂະຫຍາຍເນື້ອໃນການຮ່ວມມືໃນໄລຍະສົກປີຕໍ່ໜ້າດ້ານການເມືອງ ສອງຝ່າຍເຫັນດີສືບຕໍ່ຮັກສາການຜັດປ່ຽນການຢ້ຽມຢາມ ແລກປ່ຽນຄະນະຜູ້ແທນແນໃສ່ການຢ້ຽມຢາມພົບປະ, ແລກປ່ຽນບົດຮຽນ, ເສີມຂະຫຍາຍຄວາມເຂົ້າໃຈຊຶ່ງກັນ ແລະກັນ, ເພີ່ມທະວີຄວາມສາມັກຄີແບບພິເສດ ແລະ ຊຸກຍູ້ການຮ່ວມມືໃນແຕ່ລະຂົງເຂດ. ດ້ານເສດຖະກິດ ສືບຕໍ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ບັນດານັກທຸລະກິດຂອງສອງຝ່າຍ; ສອງຝ່າຍເປັນເອກະພາບກັນຄົ້ນຄວ້າ, ສ້າງແຜນການຮ່ວມມືພັດທະນາບັນດາການລົງທຶນ, ການຄ້າ ການບໍລິການ ການທ່ອງທ່ຽວ, ກະສິກຳ ຊຶ່ງໃນນັ້ນສຸມໃສ່ດ້ານເຕັກນິກກະສິກຳການປູກຝັງ, ລ້ຽງສັດ ແລະ ປູກດອກໄມ້ປະດັບ; ການກໍ່ສ້າງຊັບພະຍາກອນມະນຸດ ແຂວງດົ່ງຖັບ ເຫັນດີໃຫ້ການສະໜັບສະໜູນທຶນການສຶກສາຊັ້ນສູງ ຈຳນວນ 10 ທຶນ ໃຫ້ແຂວງຈຳປາສັກ ແລະ ແຂວງຈຳປາສັກ ເຫັນດີສືບຕໍ່ມອບທຶນກໍ່ສ້າງພາສາລາວໃຫ້ແກ່ພະນັກງານ, ນັກສຶກສາຂອງແຂວງດົ່ງຖັບ ຈຳນວນ 2 ທຶນ/ປີ ຫຼື ກໍ່ສ້າງພາສາລາວ ຂັ້ນປະລິນຍາຕີ ຢູ່ທີ່ມະຫາວິທະຍາໄລຈຳປາສັກ ຈຳນວນ 2 ທຶນ. ນອກນັ້ນກໍມີການຮ່ວມມືມິດຕະ ພາບ ແລະ ສະຫວັດດີການສັງຄົມ ແລະ ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວການທູດປະຊາຊົນໃນການຈັດຕັ້ງຄະນະເຄື່ອນໄຫວພົບປະແລກປ່ຽນມິດຕະພາບການຮ່ວມມື; ພິທີລົງນາມບົດບັນທຶກຊ່ວຍຈຳ ການຮ່ວມມືເທື່ອນີ້, ຕາງໜ້າອົງການປົກຄອງແຂວງຈຳປາສັກ ລົງນາມໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ແລະ ຕາງໜ້າຄະນະກຳມະການປະຊາຊົນແຂວງດົ່ງຖັບ ລົງນາມໂດຍ ທ່ານ ຟ້າມ ທ໊ຽນ ເຫງ໋ຍ ປະທານຄະນະກໍາມະການປະຊາຊົນແຂວງດົ່ງຖັບ.

 

(ຂ່າວ-ພາບ: ທັດຊະນະ)

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100