ແຂວງຈໍາປາສັກ - ແຂວງບິ່ງເຢືອງ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

17/12/2022

ແຂວງຈໍາປາສັກ - ແຂວງບິ່ງເຢືອງ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ໄດ້ນຳພາຄະນະຜູ້ແທນຂັ້ນສູງແຂວງຈໍາປາສັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບິ່ງເຢືອງ ສສ ຫວຽດນາມ ເພື່ອສືບຕໍ່ ແລະ ເພີ່ມທະວີການຮ່ວມມືສອງຝ່າຍ ໃນວັນທີ 23 ສິງຫາ ນີ້ ທີ່ສຳນັກງານສູນກາງການບໍລິຫານແຂວງບິ່ງເຢືອງ ສສ ຫວຽດນາມ ໂດຍການຕ້ອນຮັບອັນອົບອຸ່ນ ຂອງ ສະຫາຍ ຫງວຽນ ວັນ ເລີ້ຍ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນສະພາປະຊາຊົນແຂວງບິ່ງເຢືອງ; ມີ ສະຫາຍ ວໍ້ ວັນ ມິນ ປະທານຄະນະກຳມະການປະຊາຊົນແຂວງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງແຂວງບິ່ງເຢື່ອງ ໃຫ້ການຕ້ອນຮັບ.

ໃນການຢ້ຽມຢາມແຂວງບິ່ງເຢືອງ ໃນເທື່ອນີ້, ໄດ້ມີການພົບປະສອງຝ່າຍ ແລະ ພິທີລົງນາມບົດບັນທຶກຊ່ວຍຈຳ ການຮ່ວມມືພັດທະນາໄລຍະປີ 2022-2026 ລະຫວ່າງ ແຂວງຈຳປາສັກ ແລະ ແຂວງບິ່ງເຢືອງ ບົນພື້ນຖານການຕົກລົງເຫັນດີໃນການຮ່ວມມືມິດຕະພາບຂອງສອງຝ່າຍ ເພື່ອແນໃສ່ການເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງທ້ອງຖິ່ນ ໂດຍການນໍາສອງຝ່າຍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຕົນ ໃຫ້ອີກຝ່າຍຮັບຊາບ, ຈາກນັ້ນ ໄດ້ພ້ອມກັນຕີລາຄາຄືນໝາກຜົນການຮ່ວມມືໄລຍະປີ 2016-2021 ແລະ ກຳນົດທິດທາງການຮ່ວມມື ໄລຍະສົກປີ 2022-2026 ຕໍ່ກັບເນື້ອໃນຕົ້ນຕໍຄື: ສອງຝ່າຍເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງມາຢ້ຽມຢາມ, ເຮັດວຽກ, ແລກປ່ຽນ ແລະ ຖອດຖອນບົດຮຽນ ຊຶ່ງກັນ ແລະ ກັນ; ສອງຝ່າຍຈະສົ່ງເສີມການພົວພັນຮ່ວມມືມິດຕະພາບ ລະຫວ່າງ ສະພາປະຊາຊົນແຂວງບິ່ງເຢືອງ ແລະ ສະພາປະຊາຊົນແຂວງຈຳປາສັກ, ອົງການປົກຄອງນະຄອນທູເຍົ້າໂມດ ແລະ ປົກຄອງນະຄອນປາກເຊ; ສືບຕໍ່ຊຸກຍູ້ແລກປ່ຽນການເຄື່ອນໄຫວການຮ່ວມມືດ້ານການທູດປະຊາຊົນ ແລະ ແລກປ່ຽນແນວໂຮມປະເທດຊາດຫວຽດນາມແຂວງບິ່ງເຢືອງ ແລະ ແນວລາວສ້າງຊາດແຂວງຈຳປາສັກ; ຊຸກຍູ້ໃຫ້ມີການແລກປ່ຽນ ການຮ່ວມມືຂອງພາກສ່ວນທຸລະກິດ. ພ້ອມນັ້ນ, ສອງຝ່າຍ ຈະສືບຕໍ່ຮ່ວມມືຊ່ວຍເຫຼືອດ້ານການສຶກສາ; ຊ່ວຍເຫຼືອໃນຂົງເຂດວຽກງານການຮ່ວມມືລົງທຶນລະຫວ່າງສອງທ້ອງຖິ່ນ. ແລະ ໃນພິທີພົບປະທ່ານເຈົ້າແຂວງຈໍາປາສັກ ຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງໃຫ້ແກ່ 3 ກົມກອງ ຂອງແຂວງບິ່ງເຢືອງ ທີ່ມີຜົນງານໃນການຮ່ວມມືສາຍພົວພັນມິດຕະພາບລະຫວ່າງແຂວງຈຳປາສັກ ກັບອົງການຈັດຕັ້ງຕ່າງໆ ສສ ຫວຽດນາມ ແລະ ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງແຂວງຈຳປາສັກ ໃນຄັ້ງນີ້ ຍັງໄດ້ໄປຢ້ຽມຢາມທ່ຽວຊົມແຫຼ່ງທ່ອງທ່ຽວດາຍນາມ ທີ່ເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ທີ່ໃຫຍ່ທີ່ສຸດຂອງແຂວງບິ່ງເຢືອງ ສສ ຫວຽດນາມ ຕື່ມອືກ.

 

(ຂ່າວ-ພາບ: ທັດຊະນະ)

 

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100