ຮອງເຈົ້າແຂວງຈຳປາສັກ ຕ້ອນຮັບ ຄະນະຜູ້ແທນ ແຂວງກວາງບິ່ງ

30/11/2023

ຮອງເຈົ້າແຂວງຈຳປາສັກ ຕ້ອນຮັບ ຄະນະຜູ້ແທນ ແຂວງກວາງບິ່ງ

        ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ພ້ອມຄະນະ ຕ້ອນຮັບ ທ່ານ ດວ່ານ ງອກ ເລີນ ຮອງປະທານຜູ້ປະຈຳການ ຄະນະກໍາມະການປະຊາຊົນ ແຂວງກວາງບິ່ງ ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 30 ພະຈິກ 2023 ທີ່ຫ້ອງວ່າການແຂວງ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈຳປາສັກ.  ໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ຂອງທ່ານ ດວ່ານ ງອກ ເລີນ ພ້ອມຄະນະ ໃນເທື່ອນີ້ ເພື່ອເປັນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງແຂວງຈໍາປາສັກ ແລະ ແຂວງກວາງບິ່ງ ໃຫ້ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.  ທ່ານ ດວ່ານ ງອກ ເລີນ ກໍໄດ້ສະແດງຄວາມຂອບໃຈ ໃນການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ມາຍັງຄະນະພັກ-ອົງການປົກຄອງແຂວງຈຳປາສັກ ຕໍ່ຜົນງານການນຳພາ-ຊີ້ນຳ ການພັດທະນາ ເສດຖະກິດ-ສັງຄົມ ກໍຄືການຮວ່ມມືໄລຍະຜ່ານມາ ລະຫວ່າງແຂວງຈໍາປາສັກ ແລະ ແຂວງກວາງບິ່ງ ດ້ານການພົວພັນ ລະຫ່ວາງບັນດາອົງການຈັດຕັ້ງພັກ, ອົງການປົກຄອງ ໄດ້ຊຸກຍູ້ວຽກງານໂຄສະນາ ກ່ຽວກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງສອງຊາດ, ສອງພັກ, ສອງລັດ ລາວ-ຫວຽດນາມ ລວມທັງການຮ່ວມມື ທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງສອງຝ່າຍ.  ໂອກາດດຽວກັນ, ທັງສອງຝ່າຍ ຍັງໄດ້ລາຍງານສະພາບການອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຈໍາປາສັກ ແລະ ແຂວງກວາງບິ່ງ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ