ເຈົ້າແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດມາເລເຊຍ ປະຈຳລາວ ຄົນໃໝ່
30/11/2023
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ແອດີ ເອຍວານ ມາມຸດ (Mr Edi Irwan Mahmud) ເອກອັກຄະລັດຖະທູດມາເລເຊຍ ປະຈຳລາວ ໃນວັນທີ 2 ພະຈິກນີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ໃນໂອກາດທີ່ທ່ານມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທີ່ ທ່ານ ແອດີ ເອຍວານ ມາມຸດ ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ຄົນໃໝ່, ພ້ອມນັ້ນ ທ່ານເຈົ້າແຂວງຈຳປາສັກ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ຂອງສອງປະເທດ, ການພົວພັນຮ່ວມມືດ້ານການລົງທຶນ ໃນການພັດທະນາແຂວງຈໍາປາສັກໃນໄລຍະຜ່ານມາຫຼາຍຂົງເຂດເຊັ່ນ: ຂົງເຂດກະສິກຳ-ປ່າໄມ້; ອຸດສະຫະກຳ ແລະ ຫັດຖະກຳ ແລະ ຂົງເຂດການຄ້າ-ບໍລິການ, ໂຄງການປູກກາເຟ, ປູກຕົ້ນໄມ້ ແລະ ພືດຜັກ ເຂດເມືອງປາກຊ່ອງ ແລະ ໂຄງການໄຟຟ້າດອນສະໂຮງ ທີ່ຕັ້ງຢູ່ເມືອງໂຂງ ເປັນຕົ້ນ ແລະ ເຊື່ອໝັ້ນວ່າທ່ານຈະເປັນຂົວຕໍ່ທີ່ດີ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ. ທ່ານ ແອດີ ເອຍວານ ມາມຸດ ໄດ້ສະແດງຄວາມຍິນດີ ແລະ ເປັນກຽດທີ່ຖືກແຕ່ງຕັ້ງມາເປັນທູດປະຈໍາ ສປປ ລາວ ພ້ອມທັງໃຫ້ຄໍາໝັ້ນສັນຍາ ຈະຕັ້ງໃຈປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ການຮ່ວມມືຊຸກຍູ້ການລົງທຶນ ພັດທະນາແຂວງຈໍາປາສັກ ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນຮ່ວມມືສອງຝ່າຍ ລາວ-ມາເລເຊຍ ໄດ້ແຕກດອກອອກຜົນຍິ່ງໆຂຶ້ນ.