ມອບ-ຮັບໜ້າທີ່ ລະຫວ່າງເຈົ້າແຂວງ ແລະປະທານຄະນະກຳມະການປົກຄອງແຂວງຈຳປາສັກ

24/11/2025

ມອບ-ຮັບໜ້າທີ່ ລະຫວ່າງເຈົ້າແຂວງ ແລະປະທານຄະນະກຳມະການປົກຄອງແຂວງຈຳປາສັກ

        ພິທີປະກາດ ມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ ແລະ ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງຈຳປາສັກ ເປັນປະທານຄະນະກຳມະການປົກຄອງແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 21 ພະຈິກ 2025 ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.  ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານການນຳພາ-ຊີ້ນຳ ວຽກງານຮອບດ້ານ ໃນໄລຍະທີ່ຜ່ານມາ ວ່າ: ໄລຍະທີ່ນຳພາ-ຊີ້ນຳວຽກງານຮອບດ້ານຢູ່ແຂວງຈໍາປາສັກ ຜ່ານມາ, ສາມາດຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ ແລະ ບໍລິເວນຊາຍແດນ ອັນເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາ; ສຸມໃສ່ການພັດທະນາເສດຖະກິດ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ຕິດພັນກັບການອະນຸລັກຮັກສາ ເສີມຂະຫຍາຍວັດທະນະທໍາອັນດີງາມ ຂອງຊາວແຂວງຈໍາປາສັກ ແລະ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອເຮັດໃຫ້ການພັດທະນາໄປຕາມທິດ ສີຂຽວຍືນຍົງ ແລະ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່; ປັດຈຸບັນ, ຄະນະພັກ-ອົງການປົກຄອງແຂວງ ກໍາລັງສຸມໃສ່ 11 ວຽກຈຸດສຸມ 1 ທິດໃນການນໍາພາໃນ 5 ປີຕໍ່ໜ້າຄື: ສຸມໃສ່ຄໍາຂວັນ 5 ຂໍ້ (ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເສີມຂະຫຍາຍກໍາລັງແຮງສັງລວມ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງ, ສ້າງແຂວງຈໍາປາສັກ ເປັນສູນກາງພັດທະນາຂອງພາກໃຕ້ ເຮັດໃຫ້ປວງປະຊາຢູ່ດີກິນດີ); ປະຕິບັດຕາມ 4 ທິດທາງໃຫຍ່, 11 ຈຸດສຸມ ແລະ 5 ມາດຕະການ;
 
 
ນໍາພາເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ແລະ ນິຕິກຳຂອງສູນກາງ, ຂອງແຂວງ; ໄດ້ນໍາພາປັບປຸງການຈັດຕັ້ງ ແຕ່ລະພາກສ່ວນ ແລະແຕ່ຮາກຖານຂຶ້ນມາ ຕິດພັນກັບການ ດໍາເນີນ ກອງປະຊຸໃຫຍ່ 3 ຂັ້ນຂອງພັກ ຕາມຄໍາສັງເລກທີ 411/ກມສພ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ອັນສໍາຄັນ ໄດ້ສໍາເລັດການດໍາເນີນ ກອງປະຊຸມໃຫຍ່ ຜູ້ແທນອົງຄະ ນະພັກແຂວງ ຄັ້ງທີ IX ໄດ້ຕາມກໍານົດເວລາ; ພາປັບປຸງແບບແຜນເຮັດວຽກໃຫ້ແທດເຖິຮາກຖານ ແທດເຖິງຕົວຈິງ ແລະແບບແຜນ ດໍາລົງຊີວິດ ປອດໃສ, ໃກ້ຊິດມະຫາຊົນຢ່າງຖືກຕ້ອງ ເພື່ອເຕົ້າໂຮມ, ສຶກສາອົບຮົມ ແລະ ດຶງກໍາລັງແຮງມາປະຕິບັດແຜນພັດທະນາ; ນໍາພາແກ້ໄຂຜົນການກວດກາ ແລະ ກວດສອບ ພ້ອມໄດ້ປະຕິບັດວິໄນຂັ້ນຕ່າງໆ ຕໍ່ພະນັກງານ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ອັນພົ້ນເດັ່ນກວ່າໝູ່ໃນໄລຍະ 5 ປີຜ່ານມາ ເສດຖະ ກິດຂອງແຂວງ ມີການຂະຫຍາຍຕົວຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ສະເລຍ 5 ປີ ລະດັບ 5,45%, ຮັບສະເລ່ຍລາຍຮັບຕໍ່ຫົວຄົນ ບັນລຸ 51 ລ້ານກີບ ຫລື ເທົ່າກັບ 2.424 ໂດລາສະຫະລັດ, ສາມາດຈັດເກັບ ລາຍຮັບເຂົ້າງົບປະມານ ທັງໝົດ 11 ພັນຕື້ກວ່າກີບ, ກວມເອົາ 6,8% ຂອງ GDP ສະເລ່ຍ ແຕ່ລະປີເພີ່ມຂຶ້ນ ເຮັດໃຫ້ແຂວງລື່ນແຜນ 3 ປີຊ້ອນ, ເປັນແຂວງເກີນດຸນງົບປະມານ ແລະ ດຸ່ນດ່ຽງຊ່ວຍໜູນໃຫ້ສູນກາງ 758 ຕື້ກວ່າກີບ,
 
 
ພ້ອມທັງສາມາດແກ້ໄຂບັນຫາໜີ້ສິນ 804 ຕື້ກວ່າກີບ ແລະ ມີແຫລ່ງທຶນເພື່ອພັດທະນາ, ນໍາພາແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ເກີດມີຕົວແບບຜະລິດຕະພັນທີ່ພົ້ນເດັ່ນຫລາຍຢ່າງເພີ່ມຂຶ້ນ, ສາ ມາດຜະລິດເປັນສິນຄ້າກຸ້ມຕົນເອງ 188 ຜະລິດຕະພັນ, ສົ່ງອອກ 18 ຜະລິດຕະພັນ, ມີສິນຄ້າໂອດັອບ 150 ຜະລິດ ຕະພັນ, ສ້າງເປັນແບຣນ ຫລື ຍີ້ຫໍ້ຂອງ ຕົນເອງ 40 ຜະລິດຕະພັນ ເຮັດໃຫ້ແຂວງເປັນ ແຂວງເກີນດຸນການຄ້າ.  ໃນພິທີ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 704/ນຍ, ລົງວັນທີ 14 ພະຈິກ 2025 ວ່າດ້ວຍການ ແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໂດຍແຕ່ງຕັ້ງ ທ່ານ ສຸກສະຫວັນ ວິໄລວົງ ເປັນປະທານຄະນະກຳມະການປົກຄອງແຂວງຈໍາປາສັກ. ຈາກນັ້ນ, ກໍໄດ້ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານເຈົ້າແຂວງ ແລະ ປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ຢ່າງເປັນທາງການ.

 

ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ