21/11/2025
ໃນວັນທີ 18 ພະຈິກ 2025 ຜ່ານມານີ້. ທ່ານ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ ລັດຖະມົນຕີ,ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະປັບປຸງກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນ ໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານ ຢູ່ຫ້ອງວ່າການແຂວງຈໍາປາສັກ ແລະ ໄດ້ພົບປະໂອ້ລົມພະນັກງານການນຳ, ພະນັກງານລັດຖະກອນຫ້ອງວ່າການແຂວງ. ໂດຍມີ ທ່ານ ສຸກກະເສີມ ສີຫານຸວົງ, ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງທັງໝົດ ເຂົ້າຮ່ວມ. ໃນການມາເຄື່ອນໄຫວຢ້ຽມຢາມ ພົບປະເຮັດວຽກຂອງທ່ານລັດຖະມົນຕີ ຫສນຍ ຄັ້ງນີ້ ແມ່ນເພື່ອ ລົງຕິດຕາມ, ນໍາພາ-ຊີ້ນໍາ, ແລະ ເຮັດວຽກ ກັບ ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນຫ້ອງວ່າການແຂວງຈໍາປາສັກ

ເພື່ອກໍານົດພາລະບົດບາດ, ຂອບເຂດສິດ ແລະ ໂຄງປະກອບກົງຈັກການຈັດຕັ້ງ ຢູ່ຫ້ອງວ່າການແຂວງຈຳປາສັກ, ທັງສະແດງເຖິງຄວາມເປັນຫ່ວງເປັນໄຍ ຂອງພັກ, ລັດຖະບານ ກໍຄື ຄະນະນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທີ່ມີຕໍ່ທ້ອງຖິ່ນຮາກຖານ ເວົ້າລວມ, ເວົ້າສະເພາະ ແມ່ນໃນທົ່ວຫ້ອງວ່າການແຂວງຈໍາປາສັກ ຂອງພວກເຮົາ; ເປັນການໃຫ້ຂວັນກໍາລັງໃຈ ໃຫ້ແກ່ຄະນະພັກ, ຄະນະນໍາຫ້ອງວ່າການແຂວງ ແລະ ຕະຫຼອດເຖິງສະມາຊິກພັກ-ພະນັກງານ,ທີ່ໄດ້ພ້ອມກັນບຸກບືນປະຕິບັດໜ້າທີ່ການເມືອງອັນມີກຽດສະຫງ່າ ທີ່ພັກ-ລັດ, ປະຊາຊົນມອບໝາຍໃຫ້ ແລະ ໃນການເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກຂອງ ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ,ຫສນຍ ຍັງໄດ້ ພົບປະ ກັບ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ນຳອີກ.

