ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

19/11/2025

ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

        ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ລະຫວ່າງ ແຂວງເປຣະວິເຣຍ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ແຂວງຈຳປາສັກ ແຫ່ງສາທາລະນະລັດ ປະຊາທິະໄຕ ປະຊາຊົນລາວ ຄັ້ງທີ 10, ໄດ້ຈັດຂຶ້ນ ໃນວັນທີ 13 ພະຈິກນີ້ ທີ່ແຂວງເປຣະວິເຮຍ, ຝ່າຍແຂວງຈໍາປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະ ຝ່າຍແຂວງເປຣະວີເຣຍ ນໍາໂດຍ ທ່ານ ກິມ ເຣິດທີ ເຈົ້າແຂວງເປຣະວີເຣຍ, ມີ ຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.  ໃນກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ແລະ ຕີລາຄາການປະຕິບັດບົດບັນທຶກກອງປະຊຸມຄັ້ງຜ່ານມາ ທີ່ໄດ້ຮ່ວມລົງນາມກັນ, ສອງຝ່າຍໄດ້ຕີລາຄາສູງ, ພ້ອມທັງຊົມເຊີຍຕໍ່ຄວາມເອົາໃຈໃສ່ ແລະ ການຮ່ວມມືອັນດີງາມ ລະຫວ່າງເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາເມືອງທີ່ມີຊາຍແດນຕິດຈອດກັນຂອງສອງແຂວງ ທີ່ໄດ້ຮ່ວມກັນຮັກສາຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ເຊັ່ນ: 
 
 
ການເຮັດຜິດກົດໝາຍຕາມບໍລິເວນຊາຍແດນ, ການຂ້າມແດນເຂົ້າ-ອອກຢ້ຽມຢາມຂອງປະຊາຊົນ ແລະ ຮ່ວມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ການພົວພັນກັນຂອງປະຊາຊົນທີ່ອາໃສຢູ່ຕາມບໍລິເວນຊາຍແດນ ໂດຍປະຕິບັດຕາມກົດໝາຍຂອງສອງປະເທດ ໃຫ້ມີປະສິດທິພາບສູງ.  ກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລື ແລະ ເປັນເອກະພາບສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນ, ສອງຝ່າຍສືບຕໍ່ຮ່ວມມືໃນການປ້ອງກັນ, ສະກັດກັ້ນທຸກການເຄື່ອນໄຫວ, ການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມແດນ, ຮ່ວມມືປ້ອງກັນ ແລະ ສະກັດກັ້ນຢາເສບຕິດ ຕາມບໍລິເວນຊາຍແດນ;
 
 
ສອງຝ່າຍເອກະພາບສະໜັບສະໜູນໃຫ້ແກ່ຫ້ອງການປະສານງານ, ຄວບຄຸມຢາເສບຕິດຕາມຊາຍແດນ (BLOs.), ຮ່ວມມືວຽກງານຕ້ານການຄ້າມະນຸດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການເຂົ້າ-ອອກຜ່ານຊາຍແດນ. ນອນນັ້ນ, ຍັງໄດ້ຮ່ວມມືດ້ານເສດຖະກິດ-ສັງຄົມ ແລະ ມະນຸດສະທຳ, ວຽກງານການຂົນສົ່ງ, ວຽກງານວັດທະນະທຳ ແລະ ທ່ອງທ່ຽວ ສອງຝ່າຍເອກະພາບ ຮ່ວມມືຍົກສູງ ຄຸນນະພາບດ້ານ ການທ່ອງທ່ຽວ ແລະ ຜະລິດຕະພັນ ແລະ ການບໍລິການ ການທ່ອງທ່ຽວ ດ້ວຍການໂຄສະນາແລກປ່ຽນຂໍ້ມູນຂ່າວສານ ແລະ ຈັດກິດຈະກຳຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວໃນການເດີນທາງ ເຂົ້າ-ອອກ ຜ່ານແດນເຊິ່ງກັນ ແລະ ກັນ;
 
 
ສອງແຂວງເຮັດໜ້າທີ່ພົວພັນແລກປ່ຽນ ແລະ ສົ່ງເສີມໃຫ້ ທຸລະກິດທ່ອງທ່ຽວຮ່ວມມືກັນ ເພື່ອຍົກສູງດ້ານການທ່ອງທ່ຽວຂອງສອງແຂວງ ແລະ ມີການແລກປ່ຽນ; ການແລກປ່ຽນດ້ານສຶກສາ ແລະ ກິລາ. ດ້ານສາທາລະນະສຸກ ສອງຝ່າຍເອກະພາບໃຫ້ມີການຮ່ວມມື ແຈ້ງຂໍ້ມູນຂ່າວສານກ່ຽວກັບພະຍາດລະບາດ ເຫດສຸກ ເສີນຕ່າງໆ ແລະ ອື່ນໆ  ກອງປະຊຸມຄັ້ງນີ້, ສອງຝ່າຍ ຍັງໄດ້ຮ່ວມລົງນາມນຳກັນ, ຝ່າຍແຂວງຈໍາປາສັກ ລົງນາມໂດຍ ທ່ານ ອາລຸນໄຊ ສູນນະລາດ ແລະ ຝ່າຍແຂວງເປຣະວີເຣຍ ລົງນາມໂດຍ ທ່ານ ກິມ ເຣິດທີ ຊຶ່ງມີຜູ້ແທນຂອງສອງຝ່າຍ ເຂົ້າຮ່ວມ ເປັນສັດຂີພະຍານ.

 

ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ