ປະກາດພະນັກງານການນໍາ ຂັ້ນສູງ ຂອງແຂວງຈໍາປາສັກ ອອກພັກການ-ຮັບອຸດໜູນບໍານານ

10/11/2025

ປະກາດພະນັກງານການນໍາ ຂັ້ນສູງ ຂອງແຂວງຈໍາປາສັກ ອອກພັກການ-ຮັບອຸດໜູນບໍານານ

         ພິທີປະກາດພະນັກງານການນໍາ ຂັ້ນສູງ ຂອງແຂວງຈໍາປາສັກ ອອກພັກການ-ຮັບອຸດໜູນບໍານານ ມີຂຶ້ນໃນວັນທີ 7 ພະຈິກ 2025 ນີ້ທີ່ສະໂມສອນຂອງແຂວງ, ໃຫ້ກຽດເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະແນກການຂອງແຂວງ, ຄະນະນໍາຂອງ 9 ເມືອງ, ນະຄອນປາກເຊ ເຂົ້າຮ່ວມ.  ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາ-ຮັບອຸດໜູນບໍານານ ຄື: ຄະນະເລຂາທິການສູນກາງພັກ ຕົກລົງ ໃຫ້ພະນັກງານການນໍາ ຂັ້ນສູງ ຂອງແຂວງຈໍາປາສັກ ອອກພັກການ-ຮັບອຸດໜູນບໍານານ ຈໍານວນ 6 ສະຫາຍ ຄື: 1;ສະຫາຍ ສະນັ່ນ ສີພາພົມມະຈັນ ອາຍຸກະສຽນ 62 ປີ, ອາຍຸການ 41 ປີ. 2;ສະຫາຍ ບົວທອງ ສຸວັນນະສານ ອາຍຸກະສຽນ 61 ປີ, ອາຍຸການ 41 ປີ. 3; ສະຫາຍ  ສຸປານີ ສີລິປຸນໂຍ ອາຍຸກະສຽນ 61 ປີ, ອາຍຸການ 40 ປີ, 4;ສະຫາຍ ໂສມ ບຸດຕະກຸນ ອາຍຸກະສຽນ 59 ປີ, ອາຍຸການ 37 ປີ. 5;ສະຫາຍ ຄໍາມ່ວນ ພິລາພອນເດດ ອາຍຸກະສຽນ 58 ປີ, ອາຍຸການ 34 ປີ. ສະຫາຍ ຈັນທະວີສຸກ ວັນສີລິ ອາຍຸກະສຽນ 58 ປີ, ອາຍຸການ 37 ປີ.  ໂອກາດນີ້ສະຫາຍ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດມອບມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ໃຫ້ແກ້ສະຫາຍພະນັກງານການນໍາຂັ້ນສູງຂອງແຂວງທີ່ອອກພັກການ-ຮັບອຸດໜູນບໍານານ. ພ້ອມໃຫ້ກຽດໂອລົມຕໍ່ພິທີອັນມີຄວາມໝາຍສໍາຄັນ ອີກດ້ວຍ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ