ເຈົ້າແຂວງຈຳປາສັກ ຕ້ອນຮັບທູດລຸກຊຳບວກ ປະຈຳ ສປປ ລາວ

07/11/2025

ເຈົ້າແຂວງຈຳປາສັກ ຕ້ອນຮັບທູດລຸກຊຳບວກ ປະຈຳ ສປປ ລາວ

        ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ Patrick Hemmer ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ ໃນວັນທີ 4 ພະຈິກ 2025 ຜ່ານມາ ທີ່ຫ້ອງວ່າການແຂວງຈຳປາສັກ, ໃນໂອກາດມາຢ້ຽມຢາມແຂວງຈຳປາສັກ.  ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບທ່ານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມແຂວງຈຳປາສັກໃນຄັ້ງນີ, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ກັບ ຣາຊະອານາຈັກລຸກຊຳບວກ ເວົ້າສະເພາະ ແມ່ນການຮ່ວມມື ລະຫວ່າງ ແຂວງຈໍາປາສັກ-ລຸກຊຳບວກ.
 
 
ພ້ອມນັ້ນ, ທ່ານເຈົ້າແຂວງຈຳປາສັກ ໄດ້ນຳສະເໜີໃຫ້ຮູ້ເຖິງສະພາບຈຸດພິເສດ ແລະ ທ່າແຮງຂອງແຂວງ ແລະ ສອງຝ່າຍ ກໍໄດ້ມີການປຶກສາຫາລື ແລກປ່ຽນຄໍາເຫັນນຳກັນ ໂດຍສະເພາະ ດ້ານການສຶກສາ, ການຍົກລະດັບພື້ນຖານໂຄງລ່າງວິຊາຊີບ, ຂອບເຂດການຮ່ວມມືດ້ານວິຊາການທີ່ກວ້າງຂວາງ ໃນຕໍ່ໜ້າ.   ໃນໄລຍະຜ່ານມາ ແຂວງຈໍາປາສັກ ແມ່ນໄດ້ທຶນສະໜັບສະໜູນ ຈາກລັດຖະບານປະເທດລຸກຊຳບວກ,
 
ການຮ່ວມມືໄດ້ເປັນຮູບປະທໍາ ໂດຍຜ່ານການຍົກລະດັບພື້ນຖານໂຄງລ່າງ ວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ ຊຶ່ງມີໂຄງການ STAF ໄລຍະ 5 ປີ (2023-2027) ດ້ວຍງົບປະມານ 26,18 ລ້ານເອີໂຣ, ແນໃສ່ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການປ່ຽນແປງທາງດ້ານການພັດທະນາ ທັກສະວິຊາຊີບ (VSD) ເພີ່ມຄວາມສາມາດໃນການຈ້າງງານຂອງນັກສຶກສາ ເພື່ອຍາດແຍ່ງກາລະໂອກາດ ການສ້າງວຽກເຮັດງານທໍາອີກຕື່ມ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ