ເຈົ້າແຂວງຈຳປາສັກ ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດານັງ
05/11/2025
ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ນະຄອນດານັງ ສສ ຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ດິ່ງ ວິ້ງ ຮອງເລຂາ ຜູ້ປະຈຳການຄະນະພັກ ນະຄອນດານັງ, ໃນວັນທີ 29 ຕຸລາຜ່ານມານີ້, ທີ່ຫ້ອງວ່າການແຂວງ ໃນໂອກາດມາຢ້ຽມຢາມແຂວງຈຳປາສັກ. ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ ສະຫາຍ ຫງວຽນ ດິ່ງ ວິ້ງ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ນະຄອນດານັງ ມາຢ້ຽມຢາມ ແຂວງຈຳປາສັກ ໃນຄັ້ງນີ້, ເປັນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ກັບ ນະຄອນດານັງ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ສະຫາຍ ຫງວຽນ ດິ່ງ ວິ້ງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ມາຍັງຄະນະພັກ-ຄະນະນຳ ຕະຫຼອດຮອດປະຊາຊົນຊາວແຂວງຈຳປາສັກ, ພ້ອມທັງຊົມເຊີຍຢ່າງສຸດໃຈ ກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນອົງຄະນະພັກແຂວງ ທີ່ມີຜົນສໍາເລັດຢ່າງຈົບງາມ. ຈາກນັ້ນ, ສອງຝ່າຍໄດ້ລາຍງານກ່ຽວກັບສະພາບໂດຍລວມ ເປັນຕົ້ນແມ່ນ ວຽກງານການປັບປຸງກົງຈັກການຈັດຕັ້ງ, ສະພາບການເຕີບໃຫຍ່ຂະຫຍາຍຕົວ, ການພັດທະນາເສດຖະກິດ-ສັງຄົມ ໃຫ້ກັນຮັບຊາບ, ພ້ອມທັງໄດ້ມີການປຶກສາຫາລື ແລກປ່ຽນຄໍາເຫັນ ເຖິງແນວທາງການພົວພັນຮ່ວມມື ເປັນເອກະພາບນຳກັນ ໃນການເພິ່ມທະວີບັນດາເນື້ອໃນບົດບັນທຶກການຮ່ວມມື ໃນຕໍ່ໜ້າ.

