ຫຼາຍພາກສ່ວນມອບ ວັດຖຸ​ ແລະ​ ເງິນສົດ ອຸປະຖຳກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຈຳປາສັກ ຄັ້ງທີ IX

01/09/2025

ຫຼາຍພາກສ່ວນມອບ ວັດຖຸ​ ແລະ​ ເງິນສົດ ອຸປະຖຳກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຈຳປາສັກ ຄັ້ງທີ IX

       ບໍລິສັດ ຫົວຫຼົງການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ, ບໍລິສັດ ທ່ອງທ່ຽວ SK Travel ແລະ ສູນພາສາຈີນ - ລາວ ປາກເຊ​ - ຄິວຊີ ໄດ້ຮ່ວມກັນມອບຖັງຂີ້ເຫຍື້ອ ຈຳນວນ 100 ໜ່ວຍ, ຄິດເປັນມູນຄ່າ 100 ລ້ານກີບ ແລະ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ມອບເງິນ 100 ລ້ານກີບ ເພື່ອປະກອບສ່ວນ ຊຸກຍູ້ກອງປະຊຸມໃຫຍ່ ຂອງຜູ້ແທນອົງຄະນະພັກແຂວງ ຈຳປາສັກ ຄັ້ງທີ IX ທີ່ຈະໄຂຂຶ້ນ ໃນທ້າຍເດືອນກັນຍາ 2025 ນີ້.  ພິທີມອບ​ - ຮັບ ເງິນຊຸກຍູ້ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 29 ສິງຫາ 2025 ຢູ່ຫ້ອງວ່າການແຂວງ,
 
 
ຕາງໜ້າມອບໂດຍ ທ່ານ ເຫີ ໝາວ ຫຼົງ ປະທານບໍລິສັດຫົວຫຼົງການຄ້າ ແລະການລົງທຶນ ຈຳກັດຜູ້ດຽວ , ທ່ານ ນາງ ແສງຈັນ ວົງໄຊຄຳ ຜູ້ອຳນວຍການບໍລິສັດ ທ່ອງທ່ຽວ SK Travel,​ ທ່ານ ນາງ ແກ້ວມຸກດາ ຜັນບົວສາ​ ຜູ້ອຳນວຍການສູນພາສາຈີນ​ - ລາວ ປາກເຊ​ - ຄິວຊີ ແລະ ທ່ານ ນາງ ສຸວາລີ ຄໍາຜຸຍ ປະທານ ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. 
 
 
 ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທຸກພາກສ່ວນທີ່ໄດ້ໃຫ້ການອຸປະຖຳໃນຄັ້ງນີ້ ເຊິ່ງເປັນການປະກອນສ່ວນອັນສຳຄັນຂອງຜູ້ປະກອບການ,​ ພາກເອກະຊົນ ຊຸກຍູ້ດ້ານວັດຖຸ ປັບປຸງພື້ນຖານໂຄງລ່າງ, ໂດຍສະເພາະ ໃນການຮັກສາສິ່ງແວດລ້ອມ ຄວາມສະອາດຈົບງາມ ໃນຕົວເມືອງ ແລະ ທຶນຮອນ ໃນການຊຸກຍູ້ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ; ຄະນະພັກ ອົງການປົກຄອງແຂວງຈຳປາສັກ ຈະນຳໃຊ້ວັດຖຸ ແລະ ທຶນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ການດຳເນີນ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກ ແຂວງຈຳປາສັກ ໃຫ້ໄປບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ດ້ວຍຜົນສຳເລັດອັນຈົບງາມ. ໃນວັນດຽວກັນ, ກອງບັນຊາການທະຫານອາກາດ ໄດ້ໃຫ້ ອຸປະຖຳ ເງິນ ຈຳນວນ 20 ລ້ານ ເພື່ອຊຸກຍຸ້ກອງປະຊຸມດັ່ງກ່າວ ນຳອີກ

 

ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ