ອົງການປົກຄອງແຂວງຈຳປາສັກ ດຳເນີນກອງປະຊຸມ ເປີດກວ້າງ ຄັ້ງທີ I ປະຈໍາປີ 2025

09/07/2025

ອົງການປົກຄອງແຂວງຈຳປາສັກ ດຳເນີນກອງປະຊຸມ ເປີດກວ້າງ ຄັ້ງທີ I ປະຈໍາປີ 2025

        ອົງການປົກຄອງແຂວງຈຳປາສັກ ໄດ້ຈັດກອງປະຊຸມ ເປີດກວ້າງ ຄັ້ງທີ I, ປະຈຳປີ 2025 ຂຶ້ນໃນວັນທີ 9 ກໍລະກົດ 2025, ທີ່ຫ້ອງວ່າການແຂວງ ຈຳປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີຮອງເຈົ້າແຂວງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ, ອົງການທຽບເທົ່າຂັ້ນແຂວງ, ວ່າການເຈົ້ານະຄອນປາກເຊ ແລະ ວ່າການເຈົ້າເມືອງ 9 ເມືອງເຂົ້າຮ່ວມ.   ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ກ່າວໄຂກອງປະຊຸມ ບາງຕອນວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ສະຫຼຸບ-ຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ໃນໄລຍະ 6 ເດືອນຕົ້ນປີ 2025 ຜ່ານມາ ເພື່ອວາງຈຸດສຸມ ໃນໄລຍະ 6 ເດືອນທ້າຍປີ 2025 ແລະ ລົງເລິກຄົ້ນຄວ້າປຶກສາຫາລື ໃນ 14 ຫົວຂໍ້ ແລະ ບາງຂົງເຂດວຽກງານຈໍານວນໜຶ່ງ ຕາມທີ່ກໍານົດໃນວາລະຂອງກອງປະຊຸມ ເຊັ່ນ:
 
 
ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ໃນ 6 ເດືອນຕົ້ນປີ; ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານ ເສດຖະກິດ-ການເງິນ ແລະ ສະຫຼຸບຕີລາຄາການຄຸ້ມຄອງການລົງທຶນຂອງລັດຂັ້ນແຂວງ ໄລຍະ 6 ເດືອນຕົ້ນປີ 2025; ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໄລຍະ 6 ເດືອນ ຕົ້ນປີ, ການຈັດຕັ້ງປະຕິບັດບ້ວງເງິນເກີນແຜນປີ 2024; ລາຍງານກ່ຽວກັບການປະຕິບັດມາດຕະການ⁠ເພື່ອຫຼຸດຜ່ອນການນຳເຂົ້າ ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ໃນ 6 ເດືອນຕົ້ນປີ; ລາຍງານການຈັດຕັ້ງປະຕິບັດແຜນພັດທະນາ, ປັບປຸງພື້ນຖານໂຄງລ່າງສຳຄັນຂອງແຂວງ (ໂຄງການປັບປຸງສະໜາມບິນ, ໂຄງການກໍ່ສ້າງເສັ້ນທາງຍຸດທະສາດສຳຄັນຂອງແຂວງ) ແລະ ການກໍ່ສ້າງ, ສ້ອມແປງເສັ້ນທາງໃນໄລຍະ 6 ເດືອນຕົ້ນປີ; ລາຍງານ ການຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອສົ່ງອອກ ຕິດພັນກັບການ ຊຸກຍູ້ການຜະລິດລະດູຝົນທີ່ ໃນໄລຍະ 6 ເດືອນຕົ້ນປີ 2025 ແລະ ກຳນົດທິດທາງວຽກຈຸດສຸມໃນ 6 ເດືອນທ້າຍປີ.
 
 
ນອກຈາກນັ້ນ, ກອງປະຊຸມຄັ້ງນີ້ ຍັງເປັນການກະກຽມແກ່ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ເພື່ອປຶກສາຫາລືໃຫ້ແກ່ການກະກຽມ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ II.  ກອງປະຊຸມໃນຄັ້ງນີ້ ແມ່ນຈະໄດ້ດຳເນີນ ເປັນເວລາ 1 ວັນເຄິ່ງ, ແຕ່ເນື້ອໃນທີ່ຈະຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາເຫັນມີຫຼາຍ, ສະນັ້ນ ຈຶ່ງຂໍຮຽກຮ້ອງມາຍັງບັນດາທ່ານ ຜູ້ແທນກອງປະຊຸມ ຈົ່ງໄດ້ເອົາໃຈໃສ່ຕິດຕາມ ແລະ ສຸມໃສ່ການປະກອບຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ