ແຂວງຈຳປາສັກ ແລະ ແຂວງວຽງຈັນ ພົບປະ ແລກປ່ຽນບົດຮຽນຊຸກຍູ້ການຮ່ວມມືທັງພາກລັດ ແລະ ເອກະຊົນ
06/06/2025

ທ່ານ ອາລຸນໄຊ ສຸນນະລາດ ເຈົ້າແຂວງຈໍາປາສັກ ໄດ້ນຳພາ ຄະນະຜູ້ແທນພ້ອມດ້ວຍບັນດາຫົວໜ່ວຍທຸລະກິດແຂວງຈໍາປາສັກ ມາຢ້ຽມຢາມ,ພົບປະ ແລະ ຮ່ວມເຮັດວຽກ ກັບ ການນຳແຂວງວຽງຈັນ, ໃນຕອນບ່າຍ ວັນທີ 4 ມິຖຸນາ 2025.ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ. ໃນການພົບປະນີ້, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານໃຫ້ຮູ້ເຖິງສະພາບການອັນພົ້ນເດັ່ນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ສັງຄົມ, ທີ່ຍົກໃຫ້ເຫັນຜົນງານດ້ານດີ, ເງື່ອນໄຂຂໍ້ສະດວກ ເປັນຕົ້ນແມ່ນທ່າແຮງທາງດ້ານບໍລິການ, ການທ່ອງທ່ຽວ.

ຈາກນັ້ນ, ທ່ານເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍໃນການຕ້ອນຮັບອັນອົບອຸ່ນຂອງບັນດາທ່ານການນໍາຂັ້ນສູງຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງວຽງຈັນ ທີ່ໄດ້ໃຫ້ຕ້ອນຮັບ ແລະ ອຳນວຍຄວາມສະດວກໃຫ້ຄະນະໄດ້ເຄື່ອນໄຫວໃນຄັ້ງນີ້ເປັນຢ່າງດີ ເຊິ່ງເຫັນໄດ້ເຖິງຄວາມສະໜິດຕິດແທດຂອງການນໍາທັງສອງຝ່າຍ ແລະ ທັງເປັນການເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງ ແຂວງຈຳປາສັກ ແລະ ແຂວງວຽງຈັນ ໃຫ້ມີບາດກ້າວອັນໃໝ່ ໃນການນໍາພາຊຸກຍູ້ການຮ່ວມມືທັງພາກລັດ ແລະ ເອກະຊົນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ຕາມທິດທາງລວມການປ່ຽນແປງໃໝ່ຂອງພັກປະຊາຊົນ ປະຕິວັດລາວ.

ແລະ ໃນການພົບປະຍັງໄດ້ຕົກລົງເປັນເອກະພາບ ກຳນົດເອົາເນື້ອໃນ ແລະ ເຊັຍບົດບັນທຶກການຮ່ວມມືກັນ ເພື່ອເປັນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ແຂວງວຽງຈັນ ແລະ ແຂວງຈຳປາສັກໃຫ້ມີຄວາມແໜ້ນແຟ້ນ, ເປັນການໂຄສະນາປະຊາສຳພັນວຽກງານການທ່ອງທ່ຽວ ( ລາວທ່ຽວລາວ ) ແລະ ເພື່ອສ້າງຄວາມເຂັ້ມແຂງລະຫວ່າງກັນ, ອົງການປົກຄອງແຂວງວຽງຈັນ ແລະ ອົງການປົກຄອງແຂວງຈຳປາສັກ ຈຶ່ງເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມືພັດທະນາໃນບັນດາຂົງເຂດ, ຂະແໜງການຮ່ວມກັນ ເປັນຕົ້ນ ການຮ່ວມມືຂົງເຂດເສດຖະກິດ ແລະ ບໍລິການ, ຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ; ຂົງເຂດສະພາການຄ້າ ແລະ ອຸດສາຫະກຳ ແລະ ການພົວພັນຮ່ວມມືໃນຂົງເຂດອື່ນໆ

ສ່ວນກົນໄກການຮ່ວມມື ແມ່ນ ສອງແຂວງ ຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມເພື່ອຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມື ຂອງແຕ່ລະປີ. ແລະໃນການມາຢ້ຽມຢາມແຂວງວຽງຈັນໃນຄັ້ງນີ້, ຄະນະຜູ້ແທນແຂວງຈຳປາສັກ ໄດ້ ຢ້ຽມຢາມ,ທ່ຽວຊົມ ຖ້ຳປູຄຳ, ທ່ຽວຊົມ ສະຖານທີ່ທ່ອງທ່ຽວຂົວສີຟ້າ-ຖ້ຳນາງຟ້າ ທີ່ຖ້ຳນອນ ເມືອງວັງວຽງ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ທີ່ມີສື່ສຽງ ເປັນທ່າແຮງອັນສຳຄັນທາງດ້ານເສດຖະກິດຂອງແຂວງວຽງຈັນ ນຳອີກ.