ປະເມີນການປະຕິບັດກົດໝາຍ ວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງຈຳປາສັກ ແລະ ສາລະວັນ
24/04/2025

ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມປະເມີນ ການປະຕິບັດກົດໝາຍ ວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງຈຳປາສັກ, ແຂວງສາລະວັນ ແລະ ການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ນິຕິກຳໃຕ້ກົດໝາຍ ຂອງລັດຖະບານ ໃນວັນທີ 22 ເມສາ 2025 ທີ່ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ນາງ ບຸນໜັກ ດາລາງາແກ້ວ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈຳປາສັກ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍພະແນກການ, ກົມກອງກ່ຽວຂ້ອງ ອ້ອມຂ້າງແຂວງຈຳປາສັກ ແລະ ແຂວງສາລະວັນ ເຂົ້າຮ່ວມ. ກອງປະຊຸມນີ້ ເພື່ອປະເມີນ ແລະ ເຮັດໃຫ້ຜູ້ເຂົ້າຮ່ວມຮູ້, ເຊື່ອມຊຶມ ບັນດາເນື້ອໃນຈິດໃຈຂອງນິຕິກຳດັ່ງກ່າວ, ເປັນການຜັນຂະຫຍາຍມະຕິຕົກລົງຂອງລັດຖະບານ, ແຜນດໍາເນີນງານ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ 9 ທັງເປັນການເກັບກໍາຂໍ້ມູນ ເພື່ອເປັນບ່ອນອີງໃຫ້ຄະນະຮັບຜິດຊອບ ໃນການປັບປຸງກົດໝາຍ ວ່າດ້ວຍລັດຖະບານ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງ ໃນແຕ່ລະໄລຍະ. ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການປະເມີນ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍລັດຖະບານ ເລກທີ 03/ສພຊ ພ້ອມທັງຮັບຟັງລາຍງານ ການປະກອບຄໍາຄິດຄໍາເຫັນ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດເອກະສານທາງການ ເປັນຕົ້ນ ມະຕິ, ຄໍາສັ່ງຂອງລັດຖະບານ, ແຈ້ງການ, ໜັງສືທາງລັດຖະການ ຂອງ ຫສນຍ ທີ່ຕິດພັນກັບທ້ອງຖິ່ນ ແຂວງຈຳປາສັກ, ແຂວງສາລະວັນ ແຕ່ປີ 2023-2025. ໃນໂອກາດດັ່ງກ່າວ, ທ່ານ ນາງ ບຸນໜັກ ດາລາງາແກ້ວ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ, ສະພາບການຈັດຕັ້ງປະຕິບັດ ແລະ ເຫດຜົນ ໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍລັດຖະບານ ໃນແຕ່ລະໄລຍະ ພ້ອມທັງອະທິບາຍເນື້ອໃນບາງມາດຕາ ໂດຍສະເພາະ ມາດຕາທີ່ມີການເພີ່ມ ແລະ ປັບປຸງເນື້ອໃນ ໃນສະບັບປີ 2021. ພ້ອມນີ້, ຍັງໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຄົ້ນຄວ້າ, ເຊື່ອມຊຶມ ເພື່ອຄວາມເປັນເອກະພາບ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຢ່າງຖືກຕ້ອງ ແລະ ແທດເໝາະກັບສະພາບເງື່ອນໄຂຄວາມເປັນຈິງ.