ຄະນະຜູ້ແທນແຂວງບິ່ງເຝຶອກ ອວຍພອນການນຳແຂວງຈຳປາສັກ ໃນໂອກາດປີໃໝ່ ລາວ ພສ 2568
10/04/2025

ໃນວັນທີ 2 ເມສານີ້ ທີ່ຫ້ອງວ່າການແຂວງຈໍາປາສັກ, ຄະນະຜູ້ແທນ ແຂວງບິ່ງເຝຶອກ ສສ ຫວຽດນາມ, ຊຶ່ງນຳໂດຍ ທ່ານ ເຈິ່ນ ວັນ ມີ ຮອງປະທານຄະນະກຳມະການປະຊາຊົນແຂວງ ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງບິ່ງເຝຶອກ ໄດ້ເດີນທາງມາຢ້ຽມຢາມ ອວຍພອນການນຳແຂວງຈຳປາສັກ ສປປ ລາວ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ ພສ 2568 ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ. ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ແລະ ສະແດງຄວາມຂອບໃຈ ຕໍ່ການມາຢ້ຽມຢາມອວຍພອນຂອງ ທ່ານ ເຈິ່ນ ວັນ ມີ ພ້ອມຄະນະ ໃນຄັ້ງນີ້ ແລະ ໃນໂອກາດ ສົ່ງທ້າຍປີເກົ່າ ພສ 2567 ຕ້ອນຮັບປີໃໝ່ ພສ 2568 ນີ້ ຂໍອວຍພອນໄຊອັນປະເສີດມາຍັງ ບັນດາສະຫາຍຄະນະຜູ້ແທນ ຕະຫຼອດຮອດປະຊາຊົນແຂວງບິ່ງເຝຶອກ ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ມີຜົນສຳເລັດໃນໜ້າທີ່ການງານທຸກປະການ, ຂໍໃຫ້ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງ ສອງປະເທດ ໂດຍສະເພາະ ແມ່ນແຂວງຈໍາປາສັກ ກັບ ແຂວງບິ່ງເຝຶອກ ຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ. ທ່ານ ເຈິ່ນ ວັນ ມີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ້ນ ພ້ອມທັງນຳເອົາຄຳອວຍພອນໄຊອັນປະເສີດ ມາຍັງ ທ່ານ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ແລະ ປະຊາຊົນຊາວແຂວງຈຳປາສັກ ໃນໂອກາດຂຶ້ນປີໃໝ່ລາວ ພ.ສ 2568 ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ມີຜົນສຳເລັດໃນທຸກຂົງເຂດວຽກງານທຸກປະການ, ອວຍພອນແດ່ສາຍພົວພັນມິດຕະພາບ, ຄວາມສະມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງແຂວງພວກເຮົາ ຈົ່ງໝັ້ນຄົງຂະນົງແກນ ຕະຫຼອດການລະນາ.