24/03/2025

ພິທີປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ທີ່ແຂວງຈໍາປາສັກ ມີຂຶ້ນໃນວັນທີ 21 ມີນາ 2025 ທີ່ສະໂມສອນຂອງແຂວງ ຫັກ4 ໃຫ້ກຽດເຂົ້າຮ່ວມ ແລະ ປະດັບຫຼຽນຂອງທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ມີທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີການນໍາຂອງແຂວງ, ອະດີດພະນັກງານການນໍາອາວຸໂສບໍານານ, ມີພະແນກການຂອງແຂວງ, ກໍາລັງ ປກຊ-ປກສ, 9 ເມືອງ, ນະຄອນປາກເຊ ແລະ ສະຖາບັນການສຶກສາເຂົ້າຮ່ວມ. ໃນພິທີທ່ານ ສະນັ່ນ ສີພາພົມມະຈັນ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ ສະມາຊິກພັກ ແຂວງຈໍາປາສັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈຳນວນທັງໝົດ 2,349 ສະຫາຍ
ໂອກາດນີ້ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດກ່າວ ບົດສັນລະເສີນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍພັກປະຊາຊົນປະຕິວັດລາວ ແມ່ນກອງນໍາຫນ້າທີ່ມີການຈັດຕັ້ງ, ແມ່ນອົງການນໍາພາສູງສຸດຂອງຊົນຊັ້ນກໍາມະ ກອນ, ຊາວລາວຜູ້ອອກແຮງງານບັນດາເຜົ່າ. ນັບແຕ່ມື້ສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວພັກເຮົາໄດ້ນໍາພາຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ, ປັນຍາຊົນປະຕິວັດ ຜ່ານຜ່າແປວໄຟສົງຄາມ ອັນລະອິດລະອ້ຽວ ແລະ ສ່ຽງເປັນສ່ຽງຕາຍໃນທ່າມກາງການຮຸກຮານ ແລະ ກົດຂີ່ຂູດຮີດ ທີ່ໂຫດຮ້າຍສາມານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານ. ຊົນຊັ້ນກໍາມະກອນ ໄດ້ຜ່ານສິ່ງທົດສອບ, ຊຸບຫຼໍ່ໃນທ່າມກາງຄວາມຫຍຸ້ງຍາກແສນລໍາບາກ ແລະ ທຸລະກັນດານ, ຜ່ານພະຍຸລົມແດງ ຊຶ່ງມີທັງຄວາມ ໂສກເສົ້າ ແລະ ຮອຍຍິ້ມ, ມີທັງໄຊຊະນະ ແລະ ແສນສາຫັດ. ແຕ່ດ້ວຍມານະຈິດອົດທົນ, ຕໍ່ສູ້ບໍ່ຍອມຈໍານົນ, ການທຸ້ມເທທີ່ບໍ່ຮູ້ອິດເມື່ອຍ, ບໍ່ທໍ້ຖອຍ, ບໍ່ງໍ້ຫງ່ຽງ, ຊົນຊັ້ນກໍາມະກອນໄດ້ປະຕິບັດຫນ້າທີ່ ຄຽງບ່າ ຄຽງໄລ່ ກັບພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານ ຂອງພວກລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃຫມ່ ແລະ ລູກແຫຼ້ງຕີນມື, ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ກ້າວໄປ ເຖິງໄຊຊະນະອັນຍິ່ງໃຫຍ່ດັງກ້ອງກັງວານໃນທົ່ວໂລກ, ສາມາດລຶບລ້າງລະບອບສັກດີນາ-ຂຸນເສິກ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ, ປະຊາຊົນລາວ ບັນດາເຜົ່າໄດ້ກາຍເປັນເຈົ້າຂອງ ປະເທດຊາດຢ່າງແທ້ຈິງ, ມີເອກະລາດ, ອໍານາດອະທິ ປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນ; ປະເທດຊາດພວກເຮົາໄດ້ກ້າວສູ່ສັງກາດໃຫມ່, ສັງກາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ, ນໍາເອົາ ຄວາມຈະເລີນວັດທະນາ ແລະ ຄວາມຮັ່ງມີຜາສຸກມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ແຂວງຈຳປາສັກ ໄດ້ເຂົ້າຮ່ວມ ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) (22 ມີນາ 1955 – 22 ມີນາ 2025) ທາງອອນລາຍ, ເຊິ່ງພິທີໂຮມຊຸມນຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ, ພະນັກງານປະຕິວັດອາວຸໂສ, ບັນດາທ່ານທູດ-ທູຕານຸທູດຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ບັນດາການນໍາຂັ້ນສູງຈາກພາກສ່ວນຕ່າງໆ ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.