ຍົກລະດັບການນໍາໃຊ້ລະບົບ E-Signature ແລະ E-Office ໃຫ້ພະນັກງານ ແຂວງຈຳປາສັກ

06/03/2025

ຍົກລະດັບການນໍາໃຊ້ລະບົບ E-Signature ແລະ E-Office  ໃຫ້ພະນັກງານ ແຂວງຈຳປາສັກ

        ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງຈຳປາສັກ ຈັດຝຶກອົບຮົມ ການຕິດຕັ້ງ ແລະ ນໍາໃຊ້ລະບົບບໍລິຫານລັດແບບດີຈິຕອນ ໃຫ້ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການ ແຂວງຈຳປາສັກ ໃນວັນທີ 4 ມີນາ 2025 ໂດຍມີທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າຫ້ອງວ່າການແຂວງຈຳປາສັກ, ທ່ານ ທຽນໄຊ ສະຖາພອນ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ມີຂະແໜງ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງຈໍາປາສັກ ເຂົ້າຮ່ວມ.  ທ່ານ ທຽນໄຊ ສະຖາພອນ ໄດ້ກ່າວວ່າ: ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອຕິດຕັ້ງ ແລະ ນໍາໃຊ້ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ແລະ ລະບົບຫ້ອງການທັນສະໄໝ (E-Office) ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການແຂວງ, ເຊິ່ງລັດຖະບານໄດ້ຫັນການຄຸ້ມຄອງບໍລິຫານລັດ ໃຫ້ເຂົ້າສູ່ການຫັນເປັນທັນສະໄໝ ໂດຍສອດຄ່ອງກັບລະບຽບຫລັກການ ແລະ ມີຄວາມປອດໄພ, ສຸມໃສ່ການຫັນເປັນດິຈີຕອນ ຂອງພາກລັດ ໃນດ້ານການຄຸ້ມຄອງລັດ ແມ່ນໃຫ້ອົງການຂອງລັດ ນຳໃຊ້ເຄື່ອງມືທັນສະໄໝ ເພື່ອຄຸ້ມຄອງບໍລິຫານລັດໃຫ້ວ່ອງໄວ ແລະ ມີປະສິດທິຜົນ.
 
 
ໂອກາດນີ້, ທ່ານ ສຸກກະເສີມ ສີຫານຸວົງ ໄດ້ກ່າວວ່າ: ສໍາລັບຫ້ອງວ່າການແຂວງຈຳປາສັກ ໄດ້ມີການລິເລີ່ມກະກຽມຫັນເປັນດິຈີຕອນເທື່ອລະກ້າວ ເຊິ່ງທາງພະແນກ ຕສ ໄດ້ສໍາເລັດການນໍາສະເໜີສ້າງບັນຊີນໍາໃຊ້ລະບົບບໍລິຫານພາກລັດ ໃຫ້ພະນັກງານຂອງພວກເຮົາໄດ້ 80 ບັນຊີ, ເຊິ່ງວຽກດັ່ງກ່າວ ແມ່ນເປັນໜ້າທີ່ຂອງພະນັກງານ-ລັດຖະກອນທຸກທົ່ວໜ້າ ໃນການຈັດຕັ້ງປະຕິບັດ ລະບົບການບໍລິຫານ ແລະ ບໍລິການພາກລັດ ຮ່ວມກັນ ທັງນີ້ ກໍເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ນໍາໃຊ້ ພ້ອມທັງເປັນບ່ອນອີງ ໃນການນໍາໄປເຜີຍແຜ່ ເພື່ອສ້າງໃຫ້ສັງຄົມໃຫ້ມີຄວາມເຂັ້ມແຂງ ສັງຄົມມີຄວາມສະຫງົບປອດໄພ, ເພີ່ມທະວີຄວາມເອົາໃຈໃສ່ ນໍາເອົາມາດຕະການໃນຈັດຕັ້ງປະຕິບັດ ຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດຜົນ. ສະນັ້ນ, ພະນັກງານ-ລັດຖະກອນທຸກຄົນຕ້ອງພ້ອມກັນເອົາໃຈໃສ່ຕິດຕາມ ເກັບກໍາດ້ານນິຕິກໍາ, ຮູບແບບວິທີການນໍາໃຊ້ ເຂົ້າໃນການຄຸ້ມຄອງບໍລິຫານລັດ, ພ້ອມທໍາຄວາມເຂົ້າໃຈຕໍ່ວິທີການນໍາໃຊ້ລະບົບດັ່ງກ່າວ ເຂົ້າໃນວຽກງານລວມ ໃຫ້ໄດ້ເຕັມເມັດເຕັມໜ່ວຍ ເນັ້ນຄວາມປະຢັດມັດທະຍັດ ດ້ານງົບປະມານ ໃນການນໍາໃຊ້ຂໍ້ມູນເອກະສານຮ່ວມກັນຜ່ານລະບົບອອນລາຍ. ພ້ອມນີ້, ຍັງມີຫລາຍແອບພຣີເຄຊັນ, ມີຫລາຍແພລດຟອມ ທີ່ລັດຖະບານໄດ້ສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃນການນໍາໃຊ້ເຂົ້າໃນວຽກງານຕົວຈິງ ບັນຫາສໍາຄັນ ບັນດາແພລດຟອມທີ່ນໍາໃຊ້ ແມ່ນເປັນຜະລິດຕະພັນຂອງລັດຖະບານລາວ ສາມາດນໍາໃຊ້ ໄດ້ຢ່າງປອດໄພ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ