ປະດັບຫຼຽນໄຊແຮງງານຊັ້ນ I ຂອງປະທານປະເທດ ແຫ່ງ ສປປ ລາວໃຫ້ແຂວງກວາງຈິ ສສ ຫວຽດນາມ

20/02/2025

ປະດັບຫຼຽນໄຊແຮງງານຊັ້ນ I ຂອງປະທານປະເທດ ແຫ່ງ ສປປ ລາວໃຫ້ແຂວງກວາງຈິ ສສ ຫວຽດນາມ

        ພິທີປະດັບຫຼຽນໄຊແຮງງານຊັ້ນ I ຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ແຂວງກວາງຈິ ສສ ຫວຽດນາມ ທີ່ມີຜົນງານ, ຄຸນງາມຄວາມດີ ໃນການພົວພັນຮ່ວມມື ແລະ ຊ່ວຍເຫຼືອທຶນຮອນເພື່ອພັດທະນາ ແຂວງຈຳປາສັກ ໃນໄລຍະຜ່ານມາ, ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977 - 18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (05 ກັນຍາ 1962 - 05 ກັນຍາ 2022).

ພິທີດັ່ງກ່າວ ໄດ້ມີຂື້ນ ວັນທີ 14 ມັງກອນ 2025, ທີ່ແຂວງກວາງຈິ ສສ ຫວຽດນາມ, ໂດຍ ອົງການປົກຄອງແຂວງຈຳປາສັກ  ສປປ ລາວ ຮ່ວມກັບ ຄະນະກຳມະການປະຊາຊົນແຂວງກວາງຈິ ສສ ຫວຽດນາມ ເຊິ່ງອິງຕາມລັດຖະດໍາລັດ ຂອງ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 217/ປປທ, ລົງວັນທີ 20 ພະຈິກ 2023; ອີງຕາມໃບມອບສິດຂອງທ່ານນາຍົກລັດຖະມົນຕີ ສປປ ລາວ, ເລກທີ 247/ນ.ຍ, ກໍຄືລັດຖະບານ ມອບສິດໃຫ້ ເຈົ້າແຂວງຈໍາປາສັກ ຕາງໜ້າໃຫ້ລັດຖະບານລາວ ແລະ ຕາງໜ້າໃຫ້ອົງການປົກຄອງແຂວງຈຳປາສັກ ເປັນກຽດປະດັບຫຼຽນໄຊແຮງງານ ຊັ້ນ I  ໃນຄັ້ງນີ້ ມອບໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ປະທານສະມາຄົມມິດຕະພາບລາວ-ຫວຽດນາມແຂວງ ຈຳປາສັກ ແລະ ຕາງໜ້າໃຫ້ ຄະນະພັກ-ຄະນະກຳມະການປະຊາຊົນແຂວງກວາງຈິ ຂື້ນຮັບໂດຍ ທ່ານ ຮວ່າງ ນາມ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງຈິ ແລະ ຄະນະ, ມີພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

ໂອກາດນິ້, ທ່ານ ຮວ່າງ ນາມ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງຈິ  ໄດ້ຮູ້ສຶກເປັນກຽດ ແລະ ສະແດງຄວາມຂອບໃຈ ໄປຍັງ ລັດຖະບານ , ການນຳຂັ້ນສູງຂອງ ສປປ ລາວ ແລະ ແຂວງຈຳປາສັກ ທີ່ໄດ້ມອບຫຼຽນໄຊແຮງງານຊັ້ນ I ເປັນການຍ້ອງຍໍອັນຊົງຄຸນຄ່າໃຫ້ແກ່ແຂວງກວາງຈິ, ເປັນການຍົກສູງ ເພີ່ມທະວີສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮ້ອບດ້ານ ຂອງ ສອງປະເທດ ແລະ ໃນໂອກາດບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມ 2025 ທີ່ຈະມາເຖິງ, ທ່ານ ສົມບູນ ເຮືອງວົງສາ ໄດ້ຕາງໜ້າໃຫ້ອົງຄະນະພັກ-ອົງການປົກຄອງ, ສະພາປະຊາຊົນ, ແນວລາວສ້າງຊາດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຂໍອວຍພອນໄຊອັນປະເສີດມາຍັງສະຫາຍຄະນະພັກ, ຄະນະການນຳ ພ້ອມຄອບຄົວ ແລະ ປະຊາຊົນ ແຂວງກວາງຈິ ສສ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ, ອວຍພອນແດ່ສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແຂວງກວາງຈິ ກັບ ແຂວງຈໍາປາສັກ ຍາມໃດກໍຂຽວສົດງົດງາມ ແລະ ໝັ້ນຄົງຂະທະນົງແກ່ນຕະຫຼອດການລະນາ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ