ແຂວງຈຳປາສັກ ວາງພວງມາລາຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

10/04/2025

ແຂວງຈຳປາສັກ ວາງພວງມາລາຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

        ໃນວັນທີ 5 ເມສາ 2025 ນີ້ ທີ່ຫໍປະຊຸມແຫ່ງຊາດ, ການນຳແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ວາງພວງມະລາໄວ້ອາໄລເຖິງ ດວງວິນຍານຂອງ ສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ.  ທ່ານ ອາລຸນໄຊ ສູນນະລາດ ໄດ້ເຊັນປຶ້ມໄວ້ອາໄລໂດຍມີເນື້ອໃນຄໍາໄວ້ອາໄລວ່າ:  ຕາງໜ້າ ຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ປະຊາຊົນຊາວແຂວງຈຳປາສັກ ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງ ສຸດຊຶ້ງ ມາຍັງຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວສີພັນດອນ ມານະໂອກາດນີ້. 

ສະຫາຍພົນເອກ ຄຳໄຕ ສີພັນດອນ, ອະດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວ, ເປັນຫນຶ່ງໃນຜູ້ນໍາປະຕິວັດປີຊາສາມາດ ແລະ ອົງອາດກ້າຫານ, ເຊິ່ງຕະຫຼອດຊີວິດແຫ່ງການເຄື່ອນໄຫວ ຂອງສະຫາຍ ໄດ້ອຸທິດຕົນທັງຊີວິດ, ເຮື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ ຂອງພັກປະຊາຊົນປະຕິວັດລາວ, ໂດຍສະເພາະເປັນຜູ້ນຳໜ້າ ນຳພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ ຂອງຊາດເຮົາຕະຫຼອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນບັນດາເຜົ່າ, ສະຫາຍ ໄດ້ກາຍເປັນ ວິລະບູລຸດ ຜູ້ໂດດເດັ່ນໃນຍຸກໃໝ່, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ.  ຂ້າພະເຈົ້າຮັບຮູ້ເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງສະຫາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ແລະ ຂໍຈົດຈຳຄຸນງາມຄວາມດີຂອງສະຫາຍໄວ້ໃນດວງໃຈ ຕະຫລອດໄປ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ