10/04/2025

ໃນວັນທີ 9 ເມສາ 2025 ນີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ຕ້ອນຮັບ ຄະນະຜູ້ແທນບັນດາແຂວງຂອງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ພົບປະອວຍພອນ ປີໃໝ່ລາວ ພສ 2568.
ເຊິ່ງຄະນະຜູ້ແທນບັນດາແຂວງ ຂອງ ສສ ຫວຽດນາມ ທີ່ເຂົ້າພົບປະອວຍພອນ ໃນຄັ້ງນີ້ ມີ: ຄະນະນຳ ແຂວງກວ້າງບິງ ນຳໂດຍ ທ່ານ ເຈິ່ນ ຮ້າຍ ເຈົາ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານສະພາປະຊາຊົນແຂວງກວ້າງບິງ; ແຂວງດົ່ງນາຍ ນຳໂດຍ ທ່ານ ກາວ ຕ໊ຽນ ຢຸ້ງ, ກຳມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຫົວໜ້າຄະນະຂົນຂວາຍແຂວງດົ່ງນາຍ; ຄະນະນຳແຂວງຢາລາຍ ນຳໂດຍ ທ່ານ ຫວຽນ ຕ໋ວນ ແອັງ, ຄະນະປະຈຳພັກແຂວງ, ຮອງປະທານຜູ້ປະຈຳການ, ຄະນະກຳມະການປະຊາຊົນແຂວງຢາລາຍ; ແລະ ຄະນະນຳແຂວງກວ້າງນາມ ນຳໂດຍ ທ່ານ ຫງວຽນ ດຶກ ຢຸ້ງ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານສະພາປະຊາຊົນແຂວງກວ້າງນາມ.
ໂອກາດນີ້, ທ່ານ ສາຍທອງ ໄຊຍະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການມາຢ້ຽມຢາມ, ອວຍພອນທີ່ໄດ້ສະແດງໃຫ້ເຫັນເຖິງ ໄມຕີຈິດ ມິດຕະພາບ, ໃກ້ຊິດສະໜິດແໜ້ນ, ພ້ອມກັນນັ້ນ ກໍ່ໄດ້ຕີລາຄາສູງການຈັດຕັ້ງປະຕິບັດ ການພົວພັນຮ່ວມມືມິດຕະພາບ ຢ່າງຮອບດ້ານ ລະຫວ່າງ ແຂວງຈຳປາສັກ ແລະ ບັນດາແຂວງຂອງຫວຽດນາມ,
ແລະ ໃນການພົບປະນີ້ ທ່ານ ສາຍທອງ ໄຊຍະວົງ ໄດ້ຕາງໜ້າໃຫ້ຄະນະພັກ-ອົງການປົກຄອງ, ສະພາປະຊາຊົນແຂວງ ແລະ ປະຊາຊົນຊາວ ແຂວງຈຳປາສັກ ອວຍພອນໄຊອັນປະເສີດມາຍັງຄະນະຜູ້ແທນບັນດາແຂວງ ຂອງ ສສ ຫວຽດນາມ ແລະ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ແລະ ບັນດາ ແຂວງຂອງຫວຽດນາມ ຈົ່ງໝັ້ນຄົງຂະໜົງແກນ ຕະຫຼອດການລະນາ.