ເຈົ້າແຂວງຈໍາປາສັກຊຸກຍູ້ການຟື້ນຟູພັດທະນາ ​ແຫຼ່ງທ່ອງທ່ຽວ​ພູອາສາ ແລະ​ ບຶງກຽດໂງ້ງ

19/05/2025

ເຈົ້າແຂວງຈໍາປາສັກຊຸກຍູ້ການຟື້ນຟູພັດທະນາ ​ແຫຼ່ງທ່ອງທ່ຽວ​ພູອາສາ ແລະ​ ບຶງກຽດໂງ້ງ

ວັນທີ 15 ພຶດສະພາ 2025,​ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ​ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ​ ຮ່ວມກັບ​ການນໍາ​ເມືອງປະທຸມພອນ​ ໄດ້ເຄື່ອນໄຫວຢ້ຽມຢາມພູອາສາ ແລະ​ ພົບປະ​ຢ້ຽມຢາມ​ຄະນະພັກ​ -​ ອົງ​ການປົກຄອງ​ບ້ານ, ພໍ່ແມ່ປະຊາຊົນບ້ານກຽດໂງ້ງ.​  ໂອກາດນີ້,​ ທ່ານ​ເຈົ້າແຂວງ​ ພ້ອມ​ຄະນະ​ ກໍໄດ້ຮັບຟັງການລາຍງານສະພາບລວມ,​ ຈຸດພິເສດ ແລະ​ ທີ່ຕັ້ງຂອງບ້ານ​ ລວມທັງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -​ ສັງຄົມ​ຂອງບ້ານໂດຍຫຍໍ້.​
 
 
ຈາກນັ້ນ,​ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ​ ກໍ​ມີຄໍາເຫັນ​ໂອ້ລົມ, ບາງຕອນທ່ານກ່າວວ່າ: ການ​ເຄື່ອນໄຫວ​ຄັ້ງນີ້​ ກໍເພື່ອຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງປະທຸມພອນ​ ແຕ່ຫົວທີ ເວົ້າລວມ,​ ເວົ້າ​ສະເພາະ​ແມ່ນການຟື້ນຟູ -​ ພັດທະນາ​ແຫຼ່ງທ່ອງທ່ຽວພູອາສາ ແລະ​ ບຶໃກຽດໂງ້ງ​ ຕິດພັນກັບ​ການອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີ​ ແລະ​ ສະພາບແວດລ້ອມ,​ ທັດສະນີຍະພາບພູອາສາ -​ ບຶງກຽດໂງ້ງ,​ ກິດຈະກໍາການທ່ອງທ່ຽວ,​ ການທໍາມາຫາກິິນຂອງປະຊາຊົນ ທີ່ຕິດພັນກັບທໍາມະຊາດ​ ໂດຍມອບໃຫ້ພະແນກຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ແຂວງ​ ປະສານສົມທົບກັບ​ ພະແນກການ​ກ່ຽວຂ້ອງ,​ຄະນະພັກ -​ ອົງການ​ປົກຄອງ​ເມືອງ​ປະທຸມພອນ​ ວາງແຜນ ເພື່ອຟື້ນຟູພັດທະນ່ແຫຼ່ງທ່ອງທ່ຽວພູອາສາ ແລະ​ ບຶງກຽດໂງ້ງ ຮ່ວມກັນ;
 
 
ມອບໃຫ້ເມືອງລົງນໍາພາ​ -​ ຊີ້ນໍາຄະນະພັກ​ -​ ອົງການປົກຄອງບ້ານ ແລະ​ ພໍ່ແມ່ປະຊາຊົນ​ ໃຫ້ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງ​ປະຕິບັດ​ລະບຽບກົດໝາຍ.​ມອບໃຫ້ການຈັດຕັ້ງບ້ານເປັນເຈົ້າການ​ ໃນການຄຸ້ມຄອງ,​ ອະນຸລັກປົກປັກຮັກສາສະພາບແວດລ້ອມ​ ທໍາມະຊາດ; ສືບຕໍ່​ເສີມຂະຫຍາຍການທໍາມາຫາກິນ,​ ກິດຈະກໍາການທ່ອງທ່ຽວ,​ ການຕໍ່າແຜ່ນແພ,​ ດ້ານວັດທະນະທໍາ,​ ຮີດຄອງ ປະເພນີ,​ ຜະລິດຫັດຖະກໍາ ແລະ​ ກິດຈະກໍາດ້ານຕ່າງໆ​ ທີ່ຕິດພັນກັບການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ; ອະນຸລັກຮັກສາເຂດອຸທິຍານແຫ່ງຊາດທີ່ມີຢູ່ ເປັນຕົ້ນແມ່ນທໍາມະຊາດ,​ ປ່າໄມ້​ ແລະ​ ແຫຼ່ງນໍ້າ ຄຽງຄູ່ກັບການສ້າງສາພັດທະນາ​ປະເທດຊາດ​ບ້ານເມືອງ​ ກໍຄືຊີວິດການເປັນຢູ່​ຂອງປະຊາຊົນ​,​ ສົ່ງເສີມ​ອາຊີບທີ່ສອດຄ່ອງກັບລະບຽບກົດໝາຍ.​

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ