ເຈົ້າແຂວງຈໍາປາສັກ ເຄື່ອນໄຫວຢ້ຽມຢາມ ວິທະຍາໄລເຕັກນິກວິຊາຊີບ

16/05/2025

ເຈົ້າແຂວງຈໍາປາສັກ ເຄື່ອນໄຫວຢ້ຽມຢາມ ວິທະຍາໄລເຕັກນິກວິຊາຊີບ

        ວັນທີ 15 ພຶດສະພາ 2025,​ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ​ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ວິທະຍາໄລເຕັກນິກວິຊາຊີບ​ ເຊິ່ງຖືກຕ້ອນຮັບຢ່າງອົບອຸ່ນ​ ຈາກ​ ທ່ານ​ ຄໍາ​ຜ່ອນ​ ລາດຊະວົງສາ​ ຜູ້ອໍານວຍການວິທະຍາໄລເຕັກນິກ -​ ວິຊາຊີບ​ ຈໍາປາສັກ​ ພ້ອມດ້ວຍ​ຄະນະພັກ​ -​ ຄະນະ​ອໍານວຍ​ການ, ພະນັກງານ,​ ຄູ​ -​ ອາຈານ​ ພາຍໃນ​ວິທະຍາໄລ​ດັ່ງກ່າວ​ ເຂົ້າຮ່ວມ.​  ການເຄື່ອນໄຫວຢ້ຽມຢາມ ວິທະຍາໄລເຕັກນິກວິຊາຊີບແຂວງຈໍາປາສັກ​ ຄັ້ງນີ້, ເຈົ້າແຂວງ​ຈໍາປາສັກ​ ພ້ອມຄະນະ​ ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງການຈັດຕັ້ງປະຕິບັດ ການຮຽນ​ -​ ການສອນ​ ແຕ່ລະສາຂາວິຊາຂອງວິທະຍາໄລ​ ແລະ​ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວຂອງວິທະຍາໄລ ຕື່ມອີກ.​
 
 
ຈາກນັ້ນ, ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ​ ກໍ​ມີຄໍາເຫັນ, ບາງຕອນທ່ານກ່າວວ່າ: ການມາເຄື່ອນໄຫວຢ້ຽມຢາມ ວິທະຍາໄລເຕັກນິກວິຊາຊີບ​ ຈໍາປາສັກ​ ຄັ້ງນີ້​ ກໍເພື່ອຕິດຕາມເບິ່ງ​ການຈັດຕັ້ງປະຕິບັດວຽກງານຮອບດ້ານ, ເບິ່ງຄວາມອາດສາມາດໃນການສົ່ງເສີມການກໍ່ສ້າງຊັບພະຍາກອນມະນຸດ​ ເວົ້າລວມ,​ ເວົ້າ​ສະເພາະ​ ​ແມ່ນ​ການສ້າງ​ວິຊາຊີບ, ສ້າງສີມືແຮງງານ ໃຫ້ສາມາດສົ່ງອອກບໍລິການຮັບໃຊ້ສັງຄົມ ແລະ​ ປະຊາຊົນ​; ເອົາໃຈໃສ່ສຶກສາຄົ້ນຄວ້າການພົວພັນປະສານສົມທົບຜູ້ຜະລິດ​ ແລະ​ ຜູ້ຊົມໃຊ້​ ຕາມທິດ​ ເສດຖະກິດ​ ເອກະລາດ​ ເປັນ​ເຈົ້າ​ຕົນເອງ​ ໃນໄລຍະ​ໃໝ່​ (ສອຈ). ນອກຈາກ​ການປະຕິບັດ​ຫຼັກສູດ​ການຮຽນ​ -​ ການສອນ​ແລ້ວ​ ໃຫ້ເອົາໃຈໃສ່​ພັດທະນາຕາມທ່າແຮງຂອງວິທະຍາໄລ ໂດຍສະເພາະ​ການບໍລິການອາຫານ,​ ເຄື່ອງດື່ມ​ ແລະ​ ກາເຟ​ ເຮັດໃຫ້ສັງຮັບຮູ້ ແລະ​ ມາໃຊ້ບໍລິການຢ່າງກວ້າງຂວາງ.​
 
 
ຮັກສາ​ຄວາມສາມັກຄີພາຍໃນຄະນະພັກ -​ ຄະນະນໍາ​ ໃຫ້ເປັນປຶກແຜ່ນແໜ້ນໜາ; ເຮັດໜ້າທີ່ການນໍາພາດ້ານການເມືອງແນວຄິດ,​ ເອົາໃຈໃສ່ໂຄສະນາເຜີຍໃຫ້ສັງຄົມຮັບຮູ້ສິ່ງທີ່ວິທະຍາໄລສາມາດຜະລິດໄດ້​ ແລະ​ ສິ່ງທີ່ວິທະຍາໄລຕ້ອງການ​; ປັບປຸງລະບົບການຈັດຕັ້ງ ໃຫ້ສົມຄູ່ກັນ ລະຫວ່າງວຽກພັກ ແລະ​ ວຽກລັດ,​ ມີຂໍ້ຄົງຄ້າງດ້ານໃດ​ ກໍປັບປຸງດ້ານນັ້ນ,​ ຍັງບໍ່ພໍດ້ານໃດ​ ກໍປັບປຸງຍົກລະດັບດ້ານນັ້ນ; ຍົກສູງວຽກງານວິຊາສະເພາະ ໃຫ້ຕິດພັນກັບຄວາມຕ້ອງການຕົວຈິງຂອງຕະຫຼາດ ກໍຄືຜູ້ຊົມໃຊ້,​ ນັກຮຽນທີ່ຮຽນຈົບແລ້ວ ໃຫ້ສາມາດມີວິຊາຊີບ,​ ມີວຽກເຮັດງານທໍາ ເພື່ອເຮັດໃຫ້ນັກຮຽນມີຄວາມສົນໃຈ ແລະ​ ເຂົ້າຮ່ວມ​ສຶກສາຮໍ່າຮຽນນັບມື້ເພີ່ມຂຶ້ນ.​ 

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ