ເຈົ້າແຂວງຈໍາປາສັກ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ

16/05/2025

ເຈົ້າແຂວງຈໍາປາສັກ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ

        ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ຊູເດສ ມາເນຍ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ໃນວັນທີ 14 ພຶດສະພາຜ່ານມາ ທີ່ຫ້ອງວ່າການແຂວງ, ໃນໂອກາດມາຢ້ຽມຢາມແຂວງຈໍາປາສັກ.  ທ່ານ ເຈົ້າແຂວງຈຳປາສັກ ໄດ້ສະແດງການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ ທີ່ມາຢ້ຽມຢາມແຂວງຈຳປາສັກໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ສິງກະໂປ ກໍຄືແຂວງຈຳປາສັກ ຊຶ່ງໄລຍະຜ່ານມາ ແຂວງຈຳປາສັກ ແມ່ນໄດ້ຮັບການຊ່ວຍເຫຼືອໃນຫຼາຍຂົງເຂດ, ຂະແໜງການ ເຊັ່ນ: ຂະແໜງການສຶກສາ, ສາທາລະນະສຸກ ແລະ ຂະແໜງກະສິກຳ.
 
 
ຈາກນັ້ນ, ທ່ານເຈົ້າແຂວງໄດ້ຍົກໃຫ້ເຫັນເຖິງຈຸດພິເສດ ແລະ ທ່າແຮງອັນພົ້ນເດັ່ນຂອງແຂວງ ເປັນຕົ້ນແມ່ນ ທ່າແຮງທາງດ້ານການຄ້າ,ການລົງທຶນ, ການທອ່ງທ່ຽວ, ການຜະລິດກະສິກຳສະອາດ ທີ່ເປັນເອກະລັກຂອງທ້ອງຖິ່ນ ພ້ອມນັ້ນເຈົ້າແຂວງຍັງໄດ້ສະເໜີທ່ານທູດຊ່ວຍຊຸກຍູ້ວຽກງານກໍ່ສ້າງຊັບພະຍາກອນມະນຸດ ແລະ ແລກປ່ຽນການຮ່ວມມືລະດັບມະຫາວິທະຍາໄລ, ຊຸກຍູ້ນັກລົງທຶນຊາວສິງກະໂປ ໃຫ້ເຂົ້າມາລົງທຶນພາຍໃນແຂວງ ເພື່ອເປັນທ່າແຮງໃນດ້ານການພັດທະນາເສດຖະກິດສັງຄົມໃຫ້ແຂວງຈຳປາສັກ ໃນຕໍ່ໜ້າ.   ທ່ານ ເອກອັກຄະລັດຖະທູດ ສິງກະໂປ ໄດ້ຍົກໃຫ້ເຫັນສາຍພົວພັນການທູດ, ການຮ່ວມມື ຊ່ວຍເຫຼືອ ຂອງສອງປະເທດ ສິງກະໂປ - ສປປ ລາວ ທີ່ເປັນຄູ່ຮ່ວມມືທີ່ດີ. ພອມນັ້ນ ທ່ານເອກອັກຄະລັດຖະທູດ ຍັງຢັ້ງຢືນວ່າ: ຈະຊຸກຍູ້ການຮວ່ມມືທາງດ້ານເສດຖະກິດ, ດືງດູດນັກລົງທຶນສິງກະໂປ ມາລົງທຶນຢູ່ ແຂວງຈຳປາສັກ ໃຫ້ຫຼາຍຂຶ້ນ ແລະ ຈະໄດ້ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ທາງດ້ານພາສາຕ່າງປະເທດໃຫ້ພະນັກງານພາກລັດ ເພຶ່ອພັດທະນາຊັບພະຍາກອນມະນຸດ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ບໍ​ລິ​ການ​ລະບົບຫ້ອງການທັນສະໄໝ
ສ້າງ QR Code ສຳຫຼັບພາກລັດ