ຮອງເຈົ້າແຂວງຈຳປາສັກ ຕ້ອນຮັບຮອງປະທານກຳມາທິການ ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ
13/05/2025

ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ ໄດ້ຕ້ອນຮັບ ທ່ານ ມະນິໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໃນວັນທີ 12 ພຶດສະພາ 2025 ທີ່ຫ້ອງວ່າການແຂວງຈຳປາສັກ ໃນໂອກາດລົງເຄື່ອນໄຫວຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານ ໃນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຢູ່ແຂວງດັ່ງກ່າວ. ໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ໄດ້ສະແດງການຕ້ອນຮັບ, ຊົມເຊີຍ ແລະ ເປັນເອກະພາບສູງ ຕໍ່ແຜນການເຄື່ອນໄຫວ ຂອງທ່ານຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ພ້ອມທັງຍົກໃຫ້ຮູ້ເຖິງການພັດທະນາ ເສດຖະກິດ-ສັງຄົມ, ສະພາບການອັນພົ້ນເດັ່ນ, ຂໍ້ສະດວກ ລວມທັງບັນຫາຫຍຸ້ງຍາກ ໃນຂົງເຂດດັ່ງກ່າວ ຂອງແຂວງຈຳປາສັກອີກຕື່ມ. ທ່ານ ມະນິໂສ ຊາມຸນຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບໃນຄັ້ງນີ້ ພ້ອມທັງກ່າວຈຸດປະສົງຂອງການມາເຄື່ອນໄຫວຄັ້ງນີ້ ໂດຍຈະໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນຂົງເຂດວຽກງານ ການອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ພາຍໃນ, ລະຫວ່າງປະເທດ ແລະ ຜ່ານແດນ; ການຈັດຕັ້ງປະຕິບັດວຽກງານສົ່ງເສີມການຜະລິດເພື່ອຄໍ້າປະກັນສະບຽງອາຫານ ເປັນສິນຄ້າສົ່ງອອກ ເພື່ອຫລຸດຜ່ອນການນຳເຂົ້າ; ການຂຶ້ນທະບຽນອອກໃບຕາດິນ ແລະ ການເຊົ່າສຳປະທານທີ່ດິນ. ພ້ອມນັ້ນ, ຍັງຈະໄດ້ຕິດຕາມ ກວດກາ, ຊຸກຍູ້ບັນດາໂຄງການລົງທຶນອີກຈຳນວນໜຶ່ງ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ ຢູ່ແຂວງຈຳປາສັກ ຕື່ມອີກ.