ເຈົ້າແຂວງຈຳປາສັກ ຕ້ອນຮັບທູດລາວ ປະຈໍາສິງກະໂປ

06/01/2025

ເຈົ້າແຂວງຈຳປາສັກ ຕ້ອນຮັບທູດລາວ ປະຈໍາສິງກະໂປ

        ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ ໃນວັນທີ 2 ມັງກອນ 2025 ທີ່ຫ້ອງວ່າການແຂວງຈຳປາສັກ ໃນໂອກາດມາຢ້ຽມຢາມແຂວງຈຳປາສັກ.  ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວຕ້ອນຮັບ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສິງກະໂປ ທີ່ໄດ້ມາຢ້ຽມຢາມແຂວງຈຳປາສັກໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາ, ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ, ເປັນການຊຸກຍູ້, ດຶງດູດ ນັກລົງທຶນສິງກະໂປ ໃຫ້ເຂົ້າມາລົງທຶນຢູ່ແຂວງຈຳປາສັກ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ ພ້ອມທັງຍົກໃຫ້ຮູ້ເຖິງສະພາບການໂດຍລວມຂອງແຂວງ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ບັນຍາກາດການຄ້າຂາຍຊາຍແດນ, ພ້ອມນີ້, ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສິງກະໂປ ຊ່ວຍຊຸກຍູ້ ສະໜັບສະໜູນ ສິນຄ້າ, ຜະລິດຕະພັນກະສິກຳ ຈາກແຂວງຈຳປາສັກ ໃຫ້ໄດ້ເຂົ້າໄປ ຂາຍໃນຕະຫລາດ ຂອງສິງກະໂປ ອີກຕື່ມ.  ໂອກາດດັ່ງກ່າວ, ທ່ານ ແສງແກ້ວ ປວງປະດິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບໃນຄັ້ງນີ້, ເຊິ່ງການມາແຂວງຈຳປາສັກໃນຄັ້ງນີ້ ເພື່ອຢ້ຽມຢາມ ແລະ ເພື່ອປຶກສາຫາລື ການຮ່ວມມື, ຊຸກຍູ້ນັກລົງທຶນສິງກະໂປ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໂດຍສະເພາະ ແຂວງຈຳປາສັກ ເປັນຕົ້ນ ການລົງທຶນ ດ້ານການຄ້າ-ການບໍລິການຂົນສົ່ງໂລຈິສຕິກ, ບໍລິການທ່ອງທ່ຽວສີຂຽວ ແລະ ທັງເປັນການດຶງດູດການຊ່ວຍເຫລືອ ດ້ານສາທາລະນະສຸກ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ