ເຈົ້າແຂວງຈໍາປາສັກຕ້ອນຮັບກົງສູນໃຫ່ຍ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ຄົນໃໝ່
06/01/2025
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວຄົນໃໝ່ ໃນວັນທີ 2 ມັງກອນ 2025 ທີ່ຫ້ອງວ່າການແຂວງ. ໃນໂອກາດທີ່ທ່ານເຂົ້າຮັບໜ້າທີ່ເປັນກົງສູນໃຫຍ່ ແຫ່ງ ສສຫວຽດນາມ ປະຈຳພາກໃຕ້ຂອງລາວ ຄົນໃໝ່. ໂອກາດນີ້, ທ່ານ ເຈົ້າແຂວງຈໍາປາສັກ ໄດ້ສະແດງການຕ້ອນຮັບ ພ້ອມສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ຕະ ເຟືອງ ຢຸ້ງ ທີ່ໄດ້ຮັບການແຕ່ງຕັ້ງມາ ດໍາລົງຕໍາແໜ່ງເປັນກົງສູນໃຫຍ່ແຫ່ງ ສສຫວຽດນາມ ປະຈຳພາກໃຕ້ຂອງລາວ ຄົນໃໝ່, ຄະນະພັກ-ຄະນະນໍາແຂວງ ພ້ອມໃຫ້ການສະໜັບສະໜຸນ ແລະ ເຊື່ອໝັ້ນຕໍ່ທ່ານກົງສູນໃຫຍ່ໃນການນຳເອົາປະສົບປະການ ແລະ ຄວາມຮູ້ຄວາມສາມາດ ແຜນການທິດທາງການຮ່ວມມືລະຫວ່າງສອງຊາດ ລາວ-ຫວຽດນາ ໃຫ້ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ການເມືອງອັນສໍາຄັນ, ປະກອບສ່ວນເຂົ້າໃນການພັດທະນາ, ຊຸກຍູ້ປຸກລະດົມ, ເຕົ້າໂຮມຄວາມສາມັກຄີຊາວຫວຽດນາມທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ບັນດາ ແຂວງພາກໃຕ້ກໍ່ຄືແຂວງຈໍາປາສັກ. ໂອກາດດັ່ງກ່າວ, ທ່ານ ນາງ ຕະ ເຟືອງ ຢຸ້ງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕັ້ງໜ້າ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງພາກໃຕ້ຂອງລາວ ກໍ່ຄືແຂວງຈໍາປາສັກ ກັບບັນດາແຂວງຂອງ ສສ ຫວຽດນາມໃຫ້ນັບມື້ແແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.