ເຈົ້າແຂວງຈໍາປາສັກຕ້ອນຮັບ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມຊ່ວຍລາວ ນະຄອນຫຼວງຮ່າໂນ້ຍ
30/12/2024
![ເຈົ້າແຂວງຈໍາປາສັກຕ້ອນຮັບ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມຊ່ວຍລາວ ນະຄອນຫຼວງຮ່າໂນ້ຍ](/cps/backend/web/images/download/Content_2024123003121334.jpg)
ທ່ານ ອາລຸນໄຊ ສຸນນະລາດ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ຕ້ອນຮັບ ຄະນະຕິດຕໍ່ປະສານງານ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ການທະຫານຫວຽດນາມຊ່ວຍລາວ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງນໍາໂດຍ ທ່ານ ພົ.ວ ເລ ຮຸຍ ມາຍ ປະທານສະຫະພັນນັກຣົບເກົ່າ ນະຄອນຫຼວງຮ່າໂນ້ຍ ໃນໂອກາດມາເຄື່ອນໄຫວຢ້ຽມຢາມແຂວງຈໍາປາສັກ, ທີ່ຫ້ອງວ່າການແຂວງຈໍາປາສັກ ໃນວັນທີ 27 ທັນວາຜ່ານມາ. ທ່ານ ເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ພົ.ວ ເລ ຮຸຍ ມາຍ ແລະ ຄະນະ ທີ່ເຄືອນໄຫວຢ້ຽມຢາມ ແຂວງຈຳປາສັກ ໃນຄັ້ງນີ້, ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງແຂວຈໍາປາສັກ - ນະຄອນຫຼວງຮ່າໂນ້ຍ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ, ພ້ອມທັງ ຝາກຄໍາຢ້ຽມຢາມຖາມຂ່າວ, ຄວາມຂອບໃຈ ໄປເຖິງບັນດາສະຫາຍທະຫານອາສາສະໝັກ ຫວຽດນາມທີ່ໄດ້ປະກອບສ່ວນສໍາຄັນໃນການຕໍ່ສູ້ປົດປ່ອຍ, ຍາດໄດ້ເອກະລາດ ແລະ ສືບຕໍ່ປົກປັກຮັກສາ ສ້າງສາປະເທດຊາດ, ຊຶ່ງຄຸນງາມຄວາມດີຂອງບັນດາສະຫາຍທີ່ໄດ້ສ້າງໄວ້ ຄະນະພັກ-ຄະນະນໍາ ປະຊາຊົນລາວ ກໍ່ຄືຊາວແຂວງຈໍາປາສັກ ຂໍຈາລຶກໄວ້ຕະຫຼອດກາລະນາ; ສືບຕໍ່ສຶກສາອົບຮົມຄົນຮຸ່ນ ໃໝ່ ໃຫ້ເຂົ້າໃຈຮັບຮູ້ ຄວາມສໍາຄັນການຮ່ວມມື ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ສືບຕໍ່ຮັກສາ ເພີ່ມທະວີໝາກຜົນການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ໂອກາດດັ່ງກ່າວ, ທ່ານ ພົ.ວ ເລ ຮຸຍ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ດີໃຈ ທີ່ໄດ້ມາເຄື່ອນໄຫວ ຢ້ຽມຢາມແຂວງຈໍາປາສັກ, ຊຶ່ງໄດ້ພົບປະການນໍາຂອງແຂວງ ແລະ ຮ່ວມເຮັດວຽກກັບສະຫະພັນນັກຮົບເກົ່າຂອງແຂວງຈໍາປາສັກໃນຄັ້ງນີ້, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບທະຫານຊ່ຽວຊານອາສາສະໝັກ ຫວຽດນາມຄົບຮອບ75 ປີ ແລະ ວັນສ້າງຕັ້ງກອງທັບຫວຽດນາມ ຄົບຮອບ 80 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ.