ຈຳປາສັກ ອົບຮົມວຽກງານເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິການຮັບໃຊ້ທີ່ດີ

30/12/2024

ຈຳປາສັກ ອົບຮົມວຽກງານເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິການຮັບໃຊ້ທີ່ດີ

        ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຮ່ວມກັບ ຫ້ອງວ່າການແຂວງຈຳປາສັກ ຈັດກອງປະຊຸມ ຝຶກອົບຮົມວຽກງານເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິການຮັບໃຊ້ທີ່ດີ ໃຫ້ພະນັກງານ-ລັດຖະກອນ ຂອງ ຫສນຍ, ຫ້ອງວ່າການແຂວງ ແລະ ບັນດາຫ້ອງວ່າການເມືອງ ທົ່ວແຂວງຈຳປາສັກ ຂຶ້ນໃນລະຫວ່າງວັນທີ 25-27 ທັນວາ ຜ່ານມານີ້, ທີ່ແຂວງຈຳປາສັກ. ໂດຍການເປັນປະທານຂອງ ທ່ານ ນາງ ບຸນໜັກ ດາລາງາແກ້ວ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີພະນັກງານ-ລັດຖະກອນ ທີ່ມາຈາກ ຫສນຍ, ຫ້ອງວ່າການແຂວງຈຳປາສັກ ແລະ ຫ້ອງວ່າການເມືອງ ພາຍໃນແຂວງຈຳປາສັກເຂົ້າຮ່ວມ.  ທ່ານ ນາງ ບຸນໜັກ ດາລາງາແກ້ວ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ສົນທະນາແລກປ່ຽນບົດຮຽນນຳກັນ, ບັນດາຫົວຂໍ້ທີ່ນຳມາຝຶກອົບຮົມ ລ້ວນແລ້ວແຕ່ແມ່ນຫົວຂໍ້ທີ່ສໍາຄັນ ແລະ ຈະເປັນບົດຮຽນ ເພື່ອຈະນຳໄປໜູນໃຊ້ເຂົ້າໃນວຽກງານປະຈໍາວັນຂອງຕົນ ຕາມໜ້າທີ່ຄວາມຮັບຜິດຊອບ. ຊຸດຝຶກອົບຮົມໄດ້ນຳໃຊ້ຫຼັກສູດ ແລະ ການຖ່າຍຖອດ-ແລກປ່ຽນບົດຮຽນ ຈາກວິທະຍາກອນ ທີ່ມີປະສົບການ ຈາກ ຫສນຍ, ຊຶ່ງໄດ້ນຳເອົາຫົວຂໍ້ທີ່ສໍາຄັນມາແລກປ່ຽນບົດຮຽນ ມີ 7 ຫົວຂໍ້ ເຊັ່ນ: ຄວາມຮູ້ພື້ນຖານ ກ່ຽວກັບພາລະບົດບາດຂອງ ຫສນຍ, ວຽກງານເລຂານຸການການນໍາ, ບາງບົດຮຽນ ກ່ຽວກັບການຄົ້ນຄວ້າສັງລວມ, ເຕັກນິກການຮ່າງນິຕິກໍາໃຕ້ກົດໝາຍ, ວຽກງານຈໍລະຈອນເອກະສານ, ວຽກງານພິທີການ ການນໍາ, ແລະ ວຽກງານເສນາທິການທີ່ດີ ໃຫ້ການນຳ.  ການຝຶກອົບຮົມໃນຄັ້ງນີ້ ເຮັດໃຫ້ນັກສໍາມະນາກອນ ໄດ້ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ທັດສະນະໃນການເປັນເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິການຮັບໃຊ້ທີ່ດີ ສາມາດຕີລາຄາໄດ້ວ່າ ຜູ້ເຂົ້າຮ່ວມສາມາດຮັບຮູ້ ແລະ ເຂົ້າໃຈ ໃນລະດັບດີ ຊຶ່ງສະແດງອອກໃນການສົນທະນາ ປະກອບຄຳຄິດ ຄຳເຫັນ ໂດຍຍົກໃຫ້ເຫັນຄວາມເປັນຈິງໃນການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະຂະ ແໜງການຂອງຕົນ ພ້ອມທັງຖອດຖອນເອົາບົດຮຽນ ແລະ ມີຄວາມເປັນເອກະພາບກັນ ທີ່ຈະນໍາເອົາບົດຮຽນ, ທິດສະດີທີ່ວິທະຍາກອນນຳສະເໜີໄປນັ້ນ ສືບຕໍ່ນຳໄປໝູນໃຊ້ເຂົ້າສູ່ວຽກງານຕົວຈິງໃນຕໍ່ໜ້າ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ