ຫ້ອງວ່າການແຂວງຈຳປາສັກ ສະຫລຸບ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ
27/12/2024
ຫ້ອງວ່າການແຂວງຈຳປາສັກ ສະຫລຸບ ຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປະຈຳ ປີ 2024 ແລະ ທິດທາງແຜນການ 2025 ໃນວັນທີ 24 ທັນວາ 2024 ໂດຍການເປັນປະທານຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ, ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍບັນດາຫ້ອງວ່າການ 9 ເມືອງ, ນະຄອນປາກເຊ, ກົມກອງອ້ອມຂ້າງ ແລະ ພະນັກງານ-ລັດຖະກອນຂອງຫ້ອງວ່າການແຂວງ ເຂົ້າຮ່ວມ. ທ່ານ ສຸກກະເສີມ ສີຫານຸວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອສະຫລຸບສັງລວມການເຄື່ອນໄຫວຽກງານ ຂອງຫ້ອງວ່າການແຂວງ ປະຈຳປີ 2024 ແລະ ກໍານົດທິດທາງແຜນປະຈໍາປີ 2025, ພ້ອມທັງສະແດງໃຫ້ເຫັນດ້ານດີ ແລະ ຜົນສໍາເລັດ ທີ່ຈະຕ້ອງໄດ້ພ້ອມກັນສືບຕໍ່ຜັນຂະຫຍາຍ ທັງເປັນການສະແດງໃຫ້ເຫັນດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ເຊິ່ງຈະໄດ້ພ້ອມກັນປືກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາວິທີແກ້ໄຂຮ່ວມກັນ ເພື່ອເປັນຂໍ້ມູນ ແລະ ບົດຮຽນໃນການແກ້ໄຂວຽກງານ ຕາມຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນ ໃຫ້ດີຂຶ້ນກວ່າເກົ່າ.
ນອກຈາກນີ້, ຍັງໄດ້ພ້ອມກັນຄົ້ນຄວ້າ, ກໍານົດທິດທາງແຜນການຂອງຫ້ອງວ່າການແຂວງ ປະຈຳປີ 2025 ເປັນບ່ອນອີງ ແລະ ເປັນຄາດໝາຍບຸກບືນສູ້ຊົນ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງບົດສະຫລຸບການເຄື່ອນໄຫວວຽກງານ ຫ້ອງວ່າການແຂວງ ປະຈຳປີ 2024, ດ້ານການເມືອງແນວຄິດ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ທິດທາງແຜນການປະຈຳປີ 2025, ຮັບຟັງການປະກອບຄໍາເຫັນຂອງບັນດາຜູ້ຕາງໜ້າ ຈາກພະແນກການ, ກົມກອງອ້ອມຂ້າງແຂວງ, ເມືອງ-ນະຄອນ ແລະ ຮ່ວມກັນຄົ້ນຄ້ວາ, ນຳເອົາບົດຮຽນທີ່ດີຂອງແຕ່ລະພາກສ່ວນ ມາແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເປັນບົດຮຽນ ແກ່ການແກ້ໄຂວຽກງານໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈຳປີ 2024 ໃຫ້ພະນັກງານ-ລັດຖະກອນ ຂອງຫ້ອງວ່າການແຂວງຈຳປາສັກ ຕື່ມອີກ.