ເຈົ້າແຂວງຈໍາປາສັກ ຕ້ອນຮັບ ຫົວໜ້າອົງການໄອຍະການ ປະຊາຊົນແຂວງບິ່ງເຢືອງ
17/12/2024
ໃນວັນທີ 11 ທັນວາ 2024 ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ມາຍ ວັນ ລິງ ກໍາມະການພັກແຂວງ ຫົວໜ້າອົງການໄອຍະການ ປະຊາຊົນ ແຂວງບິ່ງເຍືອງ ສສ ຫວຽດນາມ ພ້ອມຄະນະ ໂອກາດ ມາເຄື່ອນໄຫວ ເຮັດວຽກ ຢູ່ແຂວງຈໍາປາສັກ. ໂອກາດດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ກັບ ການມາ ເຄື່ອນໄຫວ ຢ້ຽມຢາມ ເຮັດວຽກອັນມີເນື້ອໃນຂອງຄະນະ ໃນຄັ້ງນີ້, ເຊິ່ງເປັນການແລກປ່ຽນດ້ານວິຊາສະເພາະ ວຽກງານໄອຍະການ, ສືບຕໍ່ການຮ່ວມມືລະຫວ່າງ ອົງການໄອຍະການ ຂອງສອງແຂວງ ປະກອບສ່ວນສໍາຄັນໃນການຮັດແໜ້ນສາຍພົວພັນ ການຮ່ວມມື ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ, ເວົ້າສະເພາະ ແມ່ນ ສອງແຂວງຈຳປາສັກ-ບິ່ງເຢືອງ. ເຊິ່ງຄະນະພັກ-ລັດ ແຕ່ລະຂັ້ນຖືສໍາຄັນວຽກງານໄອຍະການໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ເປັນແນວທາງ ທິດທາງ ແລະ ເປັນພັນທະທີ່ຈະຕ້ອງໄດ້ປະຕິບັດ, ເຊີ່ງມີການກໍານົດຢ່າງຈະແຈ້ງເຖິງແນວທາງຂອງພັກ-ນະໂຍບາຍຂອງລັດກ່ຽວກັບ ວຽກງານຂົງເຂດດັ່ງກ່າວ.
ໂອກາດດຽວກັນນີ້, ທ່ານ ມາຍ ວັນ ລິງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອຸ່ນ, ແລະ ໃນການມາຢ້ຽມຢາມ, ເຮັດວຽກໃນຄັ້ງນີ້ ແມ່ນ ເພື່ອການຈັດຕັ້ງປະຕິບັດ ການຮ່ວມມື ພາຍໃຕ້ແນວທາງນະໂຍບາຍ ການຕ່າງປະເທດ ຂອງສອງປະເທດ, ມູນເຊື້ອສາມັກຄີອັນຍາວນານລະຫວ່າງສອງພັກສອງລັດ ລາວຫວຽດນາມ-ຫວຽດນາມລາວ, ກໍ່ຄືອົງການໄອຍະການ ປະຊາຊົນສອງແຂວງ ຈໍາປາສັກ ແລະ ບິ່ງເຍືອງ. ນອກນັ້ນ, ທ່ານ ມາຍ ວັນ ລິງ ກໍ່ໄດ້ກ່າວໃຫ້ຮູ້ເຖິງ ວຽກງານການແກ້ໄຂ ປະກົດການຫຍໍ້ທໍ້ການກະທໍາຜິດ ແລະ ຄະດີອາດຊະຍາກໍາຕ່າງໆ ໄດ້ຮັບການແກ້ໄຂສໍາເລັດຢ່າງຕໍ່ເນື່ອງ, ສຸມໃສ່ການແກ້ໄຂບັນຫາອາດຊະຍາກໍາຂ້າມຊາດ ເຊິ່ງໄດ້ ຂໍການຮ່ວມມືຂອງປະເທດໃກ້ຄຽງ ໃນການແກ້ໄຂ ແລະ ປາບປາມ ກໍ່ຄື ສ ປປ ລາວ ພ້ອມທັງສືບຕໍ່ ຊຸກຍູ້ສົ່ງເສີມ ວຽກງານຕຸລາການຂອງສອງແຂວງໃຫ້ຮັດແໜ້ນສູ່ລວງເລິກ.