17/12/2022
ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ໄດ້ນຳພາຄະນະຜູ້ແທນຂັ້ນສູງແຂວງຈໍາປາສັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບິ່ງເຝືອກ ສສ ຫວຽດນານ ໃນວັນທີ 21-22 ສິງຫານີ້, ໂດຍໄດ້ຮັບການຕ້ອນຮັບຂອງ ສະຫາຍ ຫງວຽນ ແມ້ງ ເກື່ອງ ກຳມະການສູນກາງພັກຄອມມູນິດຫວຽດນາມ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງບິ່ງເຝືອກ; ສະຫາຍ ນາງ ເຈີ່ງ ຕື ຫຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງບິ່ງເຝືອກ ພ້ອມດ້ວຍຄະນະຜູ້ແທນຂອງແຂວງບິ່ງເຝືອກ ໃຫ້ການຕ້ອນຮັບ. ໂອກາດນີ້, ສະຫາຍ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບິ່ງເຝືອກ ສສ ຫວຽດນາມ ໃນຄັ້ງນີ້. ການມາຢ້ຽມຢາມຂອງຄະນະຜູ້ແທນແຂວງຈຳປາສັກໃນຄັ້ງນີ້ ເພື່ອເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ແຂວງຈຳປາສັກ ກັບ ແຂວງບິ່ງເຝືອກ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ພັດທະນາໃຫ້ເຂົ້າສູ່ລວງເລິກສູ່ຄຸນນະພາບໃໝ່;
ໃນການຢ້ຽມຢາມຄັ້ງນີ້, ແຂວງບິ່ງເຝຶອກ ແລະ ແຂວງຈຳປາສັກ ກໍໄດ້ມີກອງປະຊຸມພົບປະສອງຝ່າຍ ຢູ່ທີ່ສຳນັກງານຫ້ອງວ່າການແຂວງບິ່ງເຝືອກ, ໂດຍຕາງໜ້າຄະນະຜູ້ແທນສອງຝ່າຍໄດ້ລາຍງານສະພາບເສດຖະກິດ-ສັງຄົມ, ນະໂຍບາຍສົ່ງເສີມການລົງທຶນ ຂອງແຂວງ ແລະ ພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນ, ໝາກຜົນການຮ່ວມມື ສອງຝ່າຍ ແຕ່ປີ 2017 ເຖິງປັດຈຸບັນ, ພ້ອມທັງໄດ້ແລກປ່ຽນຄຳຄິດເຫັນ ແລະ ເປັນເອກະພາບນຳກັນ ໃນການກຳນົດທິດທາງແຜນການຮ່ວມມື ໃນໄລຍະປີ 2022-2026 ກໍຄືເນື້ອໃນຂອງບົດບັນທຶກຊ່ວຍຈຳ ລະຫວ່າງ ແຂວງຈຳປາສັກ ສປປ ລາວ ແລະ ແຂວງບິ່ງເຝຶອກ ສສ ຫວຽດນາມ ເພື່ອເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືພັດທະນາເສດຖະກິດ ລະຫວ່າງ ແຂວງຈໍາປາສັກ ແລະ ແຂວງບິ່ງເຝືອກ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ດ້ານເນື້ອໃນ ແລະ ການຈັດຕັ້ງປະຕິບັດ ທັງສອງຝ່າຍຮ່ວມກັນສຸມເຫື່ອແຮງເພື່ອເສີມສ້າງສາຍພົວພັນໃຫ້ຍືນຍົງ, ເປັນຮູບປະທຳໃນດ້ານຕ່າງໆທີ່ແທດເໝາະກັບນະໂຍບາຍ ແລະ ສັນຍາສາກົນຂອງແຕ່ລະປະເທດ, ຮ່ວມມືກັນປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງທັງສອງຝ່າຍ, ເປັນຕົ້ນແມ່ນບັນດາຂົງເຂດ ການຮ່ວມມືດ້ານການແລກປ່ຽນຄະນະຜູ້ແທນສອງຝ່າຍ ເພື່ອແນໃສ່ການເພີ່ມທະວີຄວາມສາມັກມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງແຂວງ; ການຮ່ວມມືສົ່ງເສີມການລົງທຶນ ແລະ ການຄ້າ ສອງຝ່າຍ ຈະໃຫ້ການສະໜັບສະໜູນ ແລະ ສະໜອງຂໍ້ມູນກ່ຽວກັບບັນດານັກທຸລະກິດ ທີ່ເປັນທ່າແຮງຂອງສອງຝ່າຍທີ່ມີຄວາມພ້ອມໃນການຮ່ວມມືທາງການຄ້າ, ຊຸກຍູ້ ສົ່ງເສີມໃຫ້ມີການແລກປ່ຽນ ລະຫ່ວາງ ບັນດານັກທຸລະກິດ.
ນອກນັ້ນ, ກໍມີການຮ່ວມມືດ້ານການສຶກສາ; ດ້ານກະສິກຳ, ດ້ານສາທາລະນະສຸກ ແລະ ດ້ານການທ່ອງທ່ຽວ ສອງຝ່າຍຕ້ອງເພີ່ມທະວີການສົ່ງເສີມໂຄສະນາ ຜະລິດຕະພັນກ່ຽວກັບການທ່ອງທ່ຽວຊຶ່ງກັນ ແລະ ກັນ ເພື່ອພັດທະນາໄປສູ່ການເປີດເສັ້ນທາງທ່ອງທ່ຽວຮ່ວມກັນ ລະຫ່ວາງ ສອງທ້ອງຖິ່ນ; ພ້ອມນັ້ນ, ທ່ານເຈົ້າແຂວງຈໍາປາສັກ ຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງໃຫ້ແກ່ 4 ກົມກອງ ແລະ ບຸກຄົນ 5 ທ່ານ ຂອງ ແຂວງບິ່ງເຝືອກ ທີ່ມີຜົນງານໃນການຮ່ວມມືສາຍພົວພັນມິດຕະພາບລະຫວ່າງແຂວງຈຳປາສັກກັບອົງການຈັດຕັ້ງຕ່າງໆ ສສ ຫວຽດນາມ.
(ຂ່າວ-ພາບ: ທັດຊະນະ)