17/12/2022
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເມື່ອວັນທີ 20 ກັນຍານີ້ ທີ່ຫ້ອງວ່າການແຂວງຈຳປາສັກ. ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງທ່ານທູດ ທີ່ເຄື່ອນໄຫວວຽກງານຢ່າງຫ້າວຫັນ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ໄທ ເວົ້າລວມ, ເວົ້າສະເພາະ ກັບແຂວງຈຳປາສັກ ຕະຫຼອດໄລຍະ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ດ້ວຍຜົນສຳເລັດອັນຈົບງາມ, ລວມທັງ ຊຸກຍູ້ ແລະ ສົ່ງເສີມ ນັກລົງທຶນຊາວໄທ ທີ່ເຂົ້າມາລົງທຶນ ເພື່ອຮ່ວມພັດທະນາ ຢູ່ແຂວງຈຳປາສັກ ເປັນຕົ້ນ ແມ່ນ ດ້ານການຄ້າ, ການບໍລິການ ແລະ ການທ່ອງທ່ຽວ ປະກອບສ່ວນເຂົ້າໃນການຊຸກຍູ້ ການຍົກລະດັບການພົວພັນ ແລະ ຮ່ວມມືເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ຂອງສອງປະເທດ. ພ້ອມນັ້ນ ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ເຈດສະດາ ກະຕະເວທິນ ຍັງໄດ້ອວຍພ້ອນເຊິ່ງກັນ ແລະ ກັນ ໃຫ້ມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ເຊື່ອໝັ້ນວ່າການຮ່ວມມື ລາວ-ໄທ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆ ຂຶ້ນ.