ແຂວງຈຳປາສັກ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸບົນຣາຊະທານີ

17/12/2022

ແຂວງຈຳປາສັກ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸບົນຣາຊະທານີ

ທ້າຍອາທິດຜ່ານມາ, ແຂວງຈຳປາສັກ ໄດ້ມອບ ເຂົ້າສານ 10 ກວ່າໂຕນ ແລະ ນ້ຳດື່ມ ຈຳນວນ 850 ແກັດ ໃຫ້ແຂວງອຸບົນຣາຊະທານີ ປະເທດໄທ ເພື່ອປະກອບສ່ວນ ເຂົ້າໃນການຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່ທີ່ແຂວງດັ່ງກ່າວ ຊຶ່ງພິທີການ ມອບ-ຮັບ ຈັດຂຶ້ຢູ່ດ່ານສາກົນ ວັງເຕົ່າ-ຊ່ອງເມັກ (ຊາຍແດນລາວ-ໄທ) ມອບໂດຍ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ສົມເພັດ ສ້ອຍສະຄູ ຮອງເຈົ້າ ແຂວງອຸບົນຣາຊະທານີ ແຫ່ງ ຣາຊະອານາຈັກໄທ, ມີພະແນກການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງ ສອງຝ່າຍ ເຂົ້າຮ່ວມ.

ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ໄດ້ກ່າວວ່າ: ການມອບ ເຂົ້າສານ 10 ກວ່າໂຕນ ແລະ ນ້ຳດື່ມ ຈຳນວນ 850 ແກັດ ໃນຄັ້ງນີ້ ແມ່ນການຮ່ວມແຮງຮ່ວມໃຈກັນຂອງພາກລັດ ແລະ ພາກເອກະຊົນ ໃນຫລາຍຂະແໜງການ ເພື່ອປະກອບສ່ວນ ສົ່ງນ້ຳໃຈ, ສະແດງເຖິງຄວາມເປັນຫ່ວງເປັນໃຍ ຂອງປະຊາຊົນແຂວງຈຳປາສັກ ມອບໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບໄພນ້ຳຖ້ວມຢູ່ແຂວງອຸບົນຣາຊະທານີ ແລະ ຕາງໜ້າອົງການປົກຄອງແຂວງ ຈຳປາສັກ ຂໍໃຫ້ປະຊາຊົນ ແຂວງອຸບົນຣາຊະທານີ ຈົ່ງຜ່ານຜ່າ ໄພພິບັດນ້ຳຖ້ວມ ຄັ້ງນີ້ ແລະ ກັບສູ່ສະພາບປົກກະຕິໂດຍໄວ. ແລະ ໃນໂອກາດດຽວກັນນີ້, ທ່ານ ສົມເພັດ ສ້ອຍສະຄູ ກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອໃນຄັ້ງນີ້, ພ້ອມທັງລາຍງານ ໃຫ້ຮູ້ເຖິງສະຖານະການ ສະພາບ ນໍ້າຖ້ວມໃນ ແຂວງອຸບົນຣາຊະທານີ ທີ່ ແກ່ຍາວ ແລະ ກະທົບເປັນວົງກວ້າງ ກວມເອົາ 19 ເມືອງ ໂດຍສະເພາະແມ່ນຕົວເມືອງອຸບົນ ແລະ ເມືອງວາລິນຊຳລາບ ໄດ້ຮັບຜົນກະທົບໜັກທີ່ສຸດໃນຮອບ 43 ປີ, ທົ່ວແຂວງມີເນື້ອທີ່ກະສິກໍາຖືກນໍ້າຖ້ວມເສຍຫາຍ ແລ້ວ 350.000 ກວ່າໄລ່.

 

ຂ່າວ: ທັດຊະນະ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ