ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈໍາປາສັກ ຄັ້ງທີ 9 ສະໄໝທີ VIII

17/12/2022

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈໍາປາສັກ ຄັ້ງທີ 9 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈໍາປາສັກ ຄັ້ງທີ 9 ສະໄໝທີ VIII ໄດ້ເປີດຂຶ້ນ ໃນວັນທີ 29 ພະຈິກ ນີ້ ທີ່ຫ້ອງວ່າການແຂວງຈຳປາສັກ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ. ມີສະຫາຍຮອງເລຂາພັກແຂວງ, ບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາຄະນະພັກ-ໜ່ວຍພັກ ຮາກຖານ ພະແນກການກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ. ສະຫາຍ ວິໄລວົງ ບຸດດາຄໍາ ໄດ້ກ່າວເປີດກອງປະຊຸມ ບາງຕອນວ່າ: ກອງປະຊຸມຄັ້ງນີ້,  ພວກເຮົາຈະໄດ້ພ້ອມກັນເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ XI ຂອງສູນກາງພັກ; ຄຽງຄູ່ກັນນັ້ນ ພວກເຮົາຈະໄດ້ພ້ອມກັນສະຫຼຸບຕີລາຄາ ການນຳພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິ ຫານງານພັກແຂວງ ໃນໄລຍະ 11 ເດືອນ ປີ 2022, ຕີລາຄາການນຳພາ ແລະ ໃຫ້ທິດຊີ້ນໍາ ຕໍ່ກັບວຽກງານໃນບາງຂົງເຂດ ໂດຍສະເພາະການນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການນຳພາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ, ການນຳພາຜັນຂະຫຍາຍ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວາລະຂອງແຂວງ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການສະຫຼຸບຕີລາຄາວຽກງານການເມືອງ-ແນວຄິດ ຕິດພັນກັບການກະກຽມກອງປະຊຸມສະຫຼຸບຕີລາຄາຄືນວຽກງານດັ່ງກ່າວໃນທົ່ວແຂວງ, ການນຳພາ ການດຳເນີນກອງປະຊຸມ ກາງສະໄໝຂອງ 12 ອົງຄະນະພັກ ຊຶ່ງໃນນັ້ນ ພວກເຮົາຈະໄດ້ຮັບການລາຍງານສະຫຼຸບຕີລາຄາ ດຳເນີນກອງປະຊຸມກາງສະໄໝຂອງບາງອົງຄະນະພັກເມືອງ-ນະຄອນ ແລະ ຕໍ່ກັບການນຳພາວຽກງານຂອງບາງຂະແໜງການ ອີກຈຳນວນໜຶ່ງ; ອັນສຳຄັນ ບັນດາສະຫາຍ ຈະໄດ້ທົບທວນ ຕີລາຄາຄືນ ຜົນຂອງການກວດກາ, ແກ້ໄຂຕໍ່ການສ່ອງແສງ, ສົ່ງຂ່າວໃນບັ້ນດຳເນີນຊີວິດການເມືອງ ກອງປະຊຸມຄົບຄະນະຄັ້ງທີ 8 ສະໄໝທີ VIII ຜ່ານມາ ເພື່ອແນໃສ່ເຊີດຊູບົດບາດການນຳພາ, ຄວາມຮັບຜິດຊອບຂອງອົງຄະນະພັກກໍຄືຂອງແຕ່ລະສະຫາຍທີ່ຮັບຜິດຊອບໃນແຕ່ລະຂົງເຂດວຽກງານ.

ຈາກນັ້ນ, ກອງປະຊຸມຂອງພວກເຮົາຍັງຈະໄດ້ຮັບຮອງເອົາມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ສະໄໝທີ VIII ຂອງຄະນະບໍລິຫານງານພັກແຂວງ ເພື່ອສືບຕໍ່ຊີ້ນຳ-ນຳພາ ທົ່ວພັກ, ທົ່ວປວງຊົນບັນດາເຜົ່າພາຍໃນ ແຂວງ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ເກີດໝາກເກີດຜົນ ແລະ ກາຍເປັນຂະບວນການຂອງມະຫາຊົນຢ່າງກວ້າງຂວາງຕື່ມອີກ; ກອງປະຊຸມຈະດຳເນີນເປັນເວລາສອງວັນ, ດັ່ງນັ້ນ, ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມລະດັບຄາດໝາຍ, ປະທານກອງປະຊຸມຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນປະກອບຄໍາຄິດຄຳເຫັນຢ່າງກົງໄປກົງມາ, ຕໍ່ຮ່າງບັນດາເອກະສານ ແລະ ບົດລາຍງານໃນຫົວຂໍ້ຕ່າງໆ, ໂດຍຍົກໃຫ້ເຫັນຜົນສຳເລັດ ໃນການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ 11 ເດືອນທີ່ຜ່ານມາ, ທິດທາງວຽກງານຈຸດສຸມໃນຂົງເຂດຕ່າງໆ, ໂດຍສອດຄ່ອງກັບສະພາບຄວາມເປັນຈິງ.

 

(ຂ່າວ-ພາບ: ທັດຊະນະ)

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ