17/12/2022
ວັນທີ 8 ກັນຍາ ນີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ພົງຣັດ ພິຣົມຣັດ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໃນໂອກາດມາຢ້ຽມຢາມ ແລະ ນຳພານັກລົງທຶນຊາວໄທ ທີ່ມີຄວາມສົນໃຈມາລົງທຶນພັດທະນາ ໂດຍສະເພາະດ້ານພະລັງງານ ສິ່ງແວດລ້ອມ (ພະລັງງານສະອາດ) ຢູ່ແຂວງຈຳປາສັກ.
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ສະແດງການຕ້ອນຮັບ ທ່ານ ພົງຣັດ ພິຣົມຣັດ ພ້ອມຄະນະທີ່ໄດ້ມາຢ້ຽມຢາມ ແລະ ນຳພາຄະນະນັກລົງທຶນຊາວໄທ ທີ່ມີຄວາມສົນໃຈມາລົງທຶນພັດທະນາ, ໂດຍສະເພາະດ້ານພະລັງງານ ສິ່ງແວດລ້ອມ ຢູ່ແຂວງຈຳປາສັກ ແລະ ຜ່ານມາ ແຂວງຈຳປາສັກ ແລະ ຈັງຫວັດອຸບົນຣາຊະທານີແມ່ນມີການຮ່ວມມືທາງດ້ານການຄ້າ, ການລົງທຶນ, ການຂົນສົ່ງ, ການທ່ອງທ່ຽວ, ການໄປມາຫາສູ່ຊຶ່ງກັນ ແລະ ກັນຢ່າງເປັນປົກກະຕິ ທັງມີຄວາມສຳພັນທີ່ດີຕະຫຼອດມາ ແລະ ການຮ່ວມມືໃນຕໍ່ໜ້ານີ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງທ້ອງຖິ່ນ, ພ້ອມທັງເຮັດໃຫ້ບັນຍາກາດການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ໄທ, ໄທ-ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ແຂວງຈຳປາສັກ ແລະ ຈັງຫວັດອຸບົນຣາຊະທານີ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ແລະ ໃນການພົບປະຄັ້ງນີ້, ທ່ານ ວິໄລວົງ ບຸດດາຄໍາ ແລະ ທ່ານ ພົງຣັດ ພິຣົມຣັດ ຍັງໄດ້ມີຄຳເຫັນຮ່ວມກັນ ກ່ຽວກັບ ຍຸດທະສາດການພັດທະນາ, ໂດຍສະເພາະດ້ານພະລັງງານ ສິ່ງແວດລ້ອມ ແລະ ການຊຸກຍູ້ການລົງທຶນຂອງສອງຝ່າຍ, ຊຸກຍູ້ການເຊື່ອມໂຍງເຊື່ອມຈອດດ້ານການຄ້າ ແລະ ການທ່ອງທ່ຽວ ລະຫວ່າງ ສອງທ້ອງຖິ່ນ ຕາມແລວຕາເວັນອອກ-ຕາເວັນຕົກ ຕື່ມອີກ.