ກອງກໍາລັງສຸຣະນາລີແຫ່ງຣາຊະອານາຈັກໄທ ອວຍພອນປີໃໝ່ການນຳແຂວງຈຳປາສັກ
03/01/2025
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ພົນຕີ ສົມພົບ ພາຣະເວດ ຜູ້ບັນຊາການ ກອງກໍາລັງສຸຣະນາລີກອງທັບພາກທີ 2 ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນວັນທີ 31 ທັນວາ ຜ່ານມາ, ທີ່ຫ້ອງວ່າການແຂວງ ໃນໂອກາດເຂົ້າອວຍພອນ ສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025. ໂອກາດນີ້, ທ່ານ ພົນຕີ ສົມພົບ ພາຣະເວດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງອວຍພອນໄຊໃຫ້ ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ຕະຫຼອດຮອດປະຊາຊາຊົນບັນດາເຜົ່າແຂວງຈຳປາສັກ ຈົ່ງມີຄວາມສຸກ ຄວາມຈະເລີນ ມີສຸຂະພາບເຂັ້ມແຂງແຮງ ແລະ ມີຜົນສຳເລັດໃນໜ້າທີ່ທຸກໆດ້ານ. ໃນໂອກາດກດຽວກັນ, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຂອບໃຈ ຕໍ່ການຢ້ຽມຢາມທີ່ມີຄວາມໝາຍຄວາມສຳຄັນ ແລະ ຄຳອວຍພອນໄຊຂອງ ທ່ານ ພົນຕີ ສົມພົບ ພາຣະເວດ ຜູ້ບັນຊາການ ກອງກໍາລັງສຸຣະນາລີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະໃນຄັ້ງນີ້. ເຮັດໃຫ້ບັນຍາກາດການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ໄທ, ໄທ-ລາວ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ພ້ອມນັ້ນ ທ່ານເຈົ້າແຂວງຈຳປາສັກ ໄດ້ອວຍພອນ ທ່ານ ພົນຕີ ສົມພົບ ພາຣະເວດ ແລະ ຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ແລະ ຂໍໃຫ້ສືບຕໍ່ ສະໜັບສະໜູນ ບົນພື້ນຖານການຮ່ວມມື, ເພື່ອເຮັດໃຫ້ຊາຍແດນ ລະຫວ່າງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃຫ້ມີຄວາມສະຫງົບໝັ້ນຄົງຕະຫຼອດໄປ.