ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢ້ຽມຢາມແຂວງຈຳປາສັກ

19/12/2024

ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢ້ຽມຢາມແຂວງຈຳປາສັກ

        ໃນໂອກາດທີ່ ທ່ານ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນວັນທີ 17 ທັນວາ 2024 ນີ້, ທ່ານ ທ່ານ ບຸຍ ແທງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມແຂວງຈຳປາສັກ, ໂດຍໄດ້ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ.  ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ  ເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນແລະ ຕີລາຄາສູງຕໍ່ ທ່ານ ບຸຍແທັງເຊີນ ທີ່ໄດ້ນຳພາຄະນະຜູ້ແທນຫວຽດນາມ ມາຢ້ຽມຢາມ ສປປ ລາວ,  ພິເສດ ແມ່ນແຂວງຈຳປາສັກ ໃນຄັ້ງນີ້, ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງປະເທດ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ; ເພີ່ມທະວິການຮ່ວມມືທາງດ້ານເສດຖະກິດ ຢ່າງສົມຄູ່ກັບການເມືອງ ດຶງດູດການລົງທຶນຂອງນັກລົງທຶນຫວຽດນາມ ໂດຍສະເພາະດ້ານກະສິກໍາ ແລະ ການທ່ອງທ່ຽວ. ພ້ອມນີ້, ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ພ້ອມນັ້ນ, ທ່ານເຈົ້າແຂວງຈຳປາສັກ ກໍ່ໄດ້ກ່າວລາຍງານສະພາບລວມ ຂອງແຂວງ ໂດຍສັງເຂບ, ວຽກງານຈຸດສຸມ, ການປະຕິບັດບັນດາຄາດໝາຍ ແຜນເສດຖະກິດ-ສັງຄົມ, ການຫັນໄປສູ່ທັນສະໄໝ, ການກະກຽມດຳເນີນກອງປະຊຸມໃຫ່ຍສາມຂັ້ນ ຂອງແຂວງ ແລະ ວຽກງານກະກຽມໃຫ້ແກ່ສະເຫຼີມສະຫຼອງ ວັນສໍາຄັນ ຂອງພັກ-ຊາດ ໃນປີຕໍ່ໜ້າ.  ໂອກາດດຽວກັນນີ້, ທ່ານ ບຸຍແທັງເຊີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງຊົມເຊີຍບັນດາໝາກຜົນ, ການເຕີບໃຫ່ຍຂະຫຍາຍຕົວ ຂອງເສດຖະກິດມະຫາພາກ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດ, ໂດຍສະເພາະ ແມ່ນການບໍລິການ, ການທ່ອງທ່ຽວຂອງແຂວງ ທີ່ມີລັກສະນະອັນໂດດເດັ່ນ ຄ້າຍຄືກັບບັນດາແຂວງພາກໃຕ້ຫວຽດນາມ, ພ້ອມນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ແຂວງຈຳປາສັກ ໃນຄັ້ງນີ້, ລວມທັງ ຜົນສຳເລັດໃນການພົວພັນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານມາ ຕື່ມອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ