ອົງການປົກຄອງແຂວງຈຳປາສັກ ຈັດກອງປະຊຸມເປີດກວ້າງ ຄັ້ງທີ II

17/12/2024

ອົງການປົກຄອງແຂວງຈຳປາສັກ ຈັດກອງປະຊຸມເປີດກວ້າງ ຄັ້ງທີ II

        ອົງການປົກຄອງແຂວງຈຳປາສັກ ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ II, ປີ 2024 ຂຶ້ນໃນວັນທີ 12 ທັນວາຜ່ານມາ, ທີ່ຫ້ອງວ່າການແຂວງ ຈຳປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີຮອງເຈົ້າແຂວງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ, ອົງການທຽບເທົ່າຂັ້ນແຂວງ, ເຈົ້ານະຄອນປາກເຊ ແລະ ເຈົ້າເມືອງ 9 ເມືອງເຂົ້າຮ່ວມ.   ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວໄຂກອງປະຊຸມເຊິ່ງຈະໄດ້ພ້ອມກັນສະຫລຸບ-ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມອົງການປົກຄອງແຂວງ 9 ເດືອນ ປະຈໍາປີ 2024, ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ, ການເຄື່ອນໄຫວວຽກງານຕະຫຼອດໄລຍະທີ່ຜ່ານມາ ແລະ ໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ທິດທາງວຽກງານແຜນການຈຸດສຸມ ໃນປີ 2025 ເປັນຕົ້ນແມ່ນ: ການສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມອົງການປົກຄອງ ປະຈຳ 9 ເດືອນ ປີ 2024; ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024, ທິດທາງ ແຜນການ ປີ 2025 ຕິດພັນກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ການຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2025; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດການຈັດເກັບລາຍຮັບງົບປະມານຈາກຖານລາຍຮັບທີ່ມີໃຫ້ຄົບຖ້ວນ, ການຂະຫຍາຍຖານລາຍຮັບງົບປະມານ ແລະ ການຫັນເປັນທັນສະໄໝ ປະຈຳປີ 2024; ການຈັດຕັ້ງປະຕິບັດການຄຸ້ມຄອງ ແລະ ພັດທະນາທີ່ດິນ, ການຂຶ້ນທະບຽນອອກໃບຕາດິນ ທົ່ວແຂວງຈຳປາສັກ; ການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາ-ອັດຕາແລກປ່ຽນ, ການຊຳລະສະສາງສິນຄ້າ ແລະ ບໍລິການຜ່ານລະບົບທະນະຄານ; ການຈັດຕັ້ງປະຕິບັດວຽກງານການສົ່ງເສີມການພັດທະນາການທ່ອງທ່ຽວ, ກິດຈະກຳຕ່າງໆ ເພື່ອການດຶງດູດນັກທ່ອງທ່ຽວພາຍຫຼັງເປີດປີທ່ອງທ່ຽວລາວ 2024 ຜ່ານມາ ຕິດພັນກັບການປະຕິບັດ ວາລະຂອງແຂວງ ວ່າດ້ວຍການແກ້ໄຂສະພາບບັນຫາຄວາມຫຍຸ້ງຍາກຕໍ່ການພັດທະນາການທ່ອງທ່ຽວ ໃນປີ 2024 ຜ່ານມາ ແລະ ທິດທາງແຜນການ ປີ 2025, ລວມທັງວຽກງານສຳຄັນຂອງແຂວງ ອີກຈຳນວນໜຶ່ງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ