24/03/2023

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໃນຕອນບ່າຍວັນທີ 22 ມີນາ 2023 ນີ້, ທີ່ຫ້ອງວ່າການແຂວງຈຳປາສັກ, ໃນໂອກາດທີ່ທ່ານມາດຳລົງຕຳແໜ່ງ ເປັນເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່. ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ທ່ານ ນາງ ມໍລະກົດ ສີສະຫວັດດີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່ ເພື່ອສືບຕໍ່ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ
ໂດຍສະເພາະແມ່ນການຮ່ວມມື ແລະ ການຊ່ວຍເຫລືອ ອັນສຳຄັນກັບແຂວງຈຳປາສັກ ທາງດ້ານການສຶກສາ-ສາທາລະນະສຸກ ແລະ ດ້ານກະສິກຳ ສ້າງຄຸນນະ ພາບຂອງການສົ່ງເສີມກາເຟ ເຂດພູພຽງບໍລະເວນ ສະໜອງໃຫ້ຕະຫລາດລະດັບສາກົນ ທີ່ຕິດພັນກັບການສົ່ງເສີມທ້ອງທ່ຽວ. ພ້ອມນີ້, ທ່ານເຈົ້າແຂວງຈຳປາສັກ ຍັງໄດ້ປຶກສາຫາລື ສະເໜີໃຫ້ຂະຫຍາຍການຮ່ວມມືໃນຂັ້ນທ້ອງຖິ່ນ, ສືບຕໍ່ສົ່ງເສີມການຄ້າການຮ່ວມມື ລະຫວ່າງຊາຍແດນ ແລະ ການຍົກລະດັບດ່ານປະເພນີ ເປັນດ່ານທ້ອງຖິ່ນ ຮ່ວມກັນ ແນໃສ່ຮັບປະກັນຊຸກຍູ້ການຄ້າ, ການລົງທຶນ ແລະ ການທ້ອງທ່ຽວ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ.
ໂອກາດດຽວກັນນີ້, ທ່ານ ນາງ ມໍລະກົດ ສີສະຫວັດດີ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄວາມສຳຄັນຢ່າງໃກ້ຊິດຕໍ່ການຮ່ວມມືຫລາຍດ້ານ ໂດຍສະເພາະໂຄງການຮ່ວມມືດ້ານກະສິກຳ ແລະ ການສຶກສາ. ພ້ອມນັ້ນ, ທ່ານທູດຍັງຢືນຢັນວ່າ ຈະເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງໄທ-ລາວ, ລາວ-ໄທ ກໍຄື ໃນທ້ອງຖິ່ນ ໃຫ້ເກີດດອກອອກຜົນຍິ່ງຂຶ້ນ.
ຂ່າວ: ທັດຊະນະ. ພາບ: ພູທິບສະຫວັນ