22/03/2023

ໃນຕອນບ່າຍວັນທີ 21 ມີນາ 2023 ນີ້ ການນຳແຂວງຈຳປາສັກ ນຳໂດຍ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ພ້ອມດ້ວຍຄະນະກໍ່ສ້າງຮາກຖານຂັ້ນແຂວງ, ພະແນກການ ກົມກອງຕ່າງໆ ໄດ້ສືບຕໍ່ ນຳເອົາເງິນສົດ ພ້ອມເຄຶ່ອງອຸປະໂພກບໍລິໂພກ ມູນຄ່າເກືອບ 200 ລ້ານກີບ ມາມອບ ບັນເທົາທຸກ ໃຫ້ແກ່ປະຊາຊົນທີ່ປະສົບອັກຄິໄພ ໄຟໃໝ້ເຮືອນ ຢູ່ຍ້ານສະໝິງ ເມືອງປະທຸມພອນ ເຊິ່ງມີ ທ່ານ ວຽງສະໄໝ ສີລິພອນພັນ ເລຂາພັກເມືອງ ເຈົ້າເມືອງປະທຸມພອນ ພ້ອມດ້ວຍອົງການປົກຄອງເມືອງ, ກຸ່ມ ບ້ານ ແລະ ຄອບຄົວທີ່ປະສົບອັກຄີໄພ ເຂົ້າຮ່ວມ. ທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງ ປະທານຄະນະຄຸ້ມຄອງໄພພິບັດ ເມືອງປະທຸມພອນ ລາຍງານວ່າ ສະພາບອັກຄີໄພ ຢູ່ບ້ານສະໝິງ ເກີດຂຶ້ນ ໃນວັນທີ 2 ມິນາ 2023 ມິເຮືອນ ປະຊາຊົນໄດ້ຮັບຜົນກະທົບຍ້ອນໄຟໃໝ້ທັງໝົດ 30 ຄອບຄົວ,ເຮືອນ ຖືກໄຟໃໝ້ເສຍຫາຍ 100% ຈຳນວນ 17 ຫັງຄາເຮືອນ, ເຮືອນຖືກໄຟໃໝ້ສ່ວນໃດສ່ວນໜື່ງ 13 ຫຼັງຄາເຮືອນ ລວມ ມູນຄ່າເສຍຫາຍເບື້ອງຕົ້ນ ປະມານ 4 ຕື້ 96 ລ້ານກ່ວາກີບ. ນັບແຕ່ນັ້ນມາຊີວິດການເປັນຢູ່ຂອງປະຊາຊົນ ແມ່ນພົບຄວາມຫຍຸ້ງຍາກລຳບາກ ຂາດທີ່ພັກ, ອາໄສຢູ່ເຮືອນນຳພີ່ນ້ອງຊົ່ວຄາວ.
ແຕ່ດ້ວຍຄວາມຫ່ວງໄຍ ຮູ້ໄດ້ເຖິງຄວາມຫຍຸ້ງຍາກລຳບາກ ທາງຄະນະພັກ - ອົງການປົກຄອງ ກໍຄື ຄະນະຄຸ້ມຄອງໄພພິບັດແຂວງ ແລະ ເມືອງ ຕະຫຼອດຮອດອົງການຈັດຕັ້ງສັງຄົມ,ບຸກຄົນ, ນິຕິບຸກຄົນ ຕ່າງກໍ່ທະຍອຍໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ ເພື່ອແກ້ໄຂຊີວິດປະຈຳວັນໃຫ້. ມາຮອດປັດຈຸບັນລວມມີ 304 ພາກສ່ວນມາໃຫ້ການຊ່ວຍເຫຼືອ,ລວມມີອາຫານ,ເຄື່ອງອຸປະໂພກ,ບໍລິໂພກ ແລະ ເງິນສົດທີ່ໃຫ້ການຊ່ວຍເຫຼືແລ້ວ 2 ຕື້ 219 ລ້ານກ່ວາກີບ. ໂອກາດດັ່ງກ່າວ, ທ່ານ ສະນັ່ນ ສີພາພົມມະຈັນ ຕາງໜ້າການນຳແຂວງ ກ່າວສະແດງຄວາມເສົ້າໂສກເສຍໃຈ, ຄວາມເປັນຫ່ວງເປັນໄຍ ແລະ ໃຫ້ກຳລັງໃຈແກ່ຄອບຄົວຜູ້ປະສົບໄພ ໄຟໃໝ້ເຮືອນໃນຄັ້ງນີ້ ໃຫ້ອົດທົນຜ່ານຜ່າຄວາມຫຍຸ້ງຍາກ,ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊິ່ງພັກ-ລັດ ອົງການປົກຄອງທຸກຂັ້ນ ຍາມໃດກໍ່ເປັນຫ່ວງເປັນໄຍນຳຊີວິດການເປັນຢູ່ຂອງປະຊາຊົນ ສະເໝີມາສະແດງອອກນຳພາປຸກລະດົມອົງການຈັດຕັ້ງ ແລະ ສັງຄົມໃຫ້ການຊ່ວຍເຫຼືອມາຫຼາຍຄັ້໋ງ ພ້ອມທັງມີນະໂຍບາຍຈັດສັນເນຶ້ອທີ່ດິນເພື່ອປຸກເຮືອນບ່ອນໃໝ່ໃຫ້ຕື່ມອີກ.
ຂ່າວ: ເກດສະໜາ, ພາບ: ພູທິບສະຫວັນ