ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະນັກງານ-ການນຳຫລັກແຫລ່ງ ຢູ່ແຂວງຈຳປາສັກ

20/03/2023

ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະນັກງານ-ການນຳຫລັກແຫລ່ງ ຢູ່ແຂວງຈຳປາສັກ

        ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານ-ການນຳຫລັກແຫລ່ງ ຢູ່ແຂວງຈຳປາສັກ ໃນວັນທີ 17 ມີນາ 2023 ໂດຍທ່ານໄດ້ເນັ້ນໃຫ້ແຂວງຈຳປາສັກ ເອົາໃຈໃສ່ ວຽກງານກໍ່ສ້າງພັກ-ພະນັກງານ ໂດຍສະເພາະ ຄະນະພັກທຸກຂັ້ນຕ້ອງເພີ່ມທະວີການນໍາພາການເມືອງ-ແນວຄິດ ໃຫ້ຫລາຍຂຶ້ນກວ່າເກົ່າ, ສ້າງເງື່ອນໄຂໃຫ້ຖັນແຖວພະນັກງານນຳພາ, ພະນັກງານຫລັກແຫລ່ງແຕ່ລະຂັ້ນ ໄດ້ຮັບການປະກອບຄວາມຮູ້ລັດທິມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງານມຂອງພັກ, ຂອງຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະໄລຍະ ເພື່ອສ້າງໃຫ້ພະນັກງານນໍາພາ, ຫລັກແຫລ່ງ ຂອງພັກ-ລັດ ມີຄວາມເປັນເອກະພາບສູງ ດ້ານແນວຄິດ ແລະ ການກະທຳ. ພ້ອມກັນນັ້ນ, ພະນັກງານນໍາພາ, ຫລັກແຫລ່ງ ຕ້ອງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ຄວາມເປັນແບບຢ່າງນໍາໜ້າ ໃນການຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາ ທີ່ກ່ຽວຂ້ອງກັບວຽກງານກໍ່ສ້າງພັກ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະໜ່ວຍພັກ ເພື່ອຮັບປະກັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ສຳລັບ ການກະກຽມກອງປະຊຸມ 3 ຂັ້ນ ໂດຍລວມແມ່ນຍັງຮັກສາການຈັດຕັ້ງປະຕິບັດ ໂດຍສະເພາະ  ດ້ານເນື້ອໃນ ໃຫ້ເອົາໃຈໃສ່ໃນຂັ້ນຮາກຖານ ການພັດທະນາບ້ານ ໃຫ້ໄປຕາມແນວທາງນະໂຍບາຍແທ້ໆ, ພັດທະນາຕາມຈຸດພິເສດ, ທ່າແຮງໃນດ້ານເສດຖະກິດ-ສັງຄົມ, ຕ້ອງພັດທະນາໃຫ້ເທົ່າທຽມສະເໝີກັນໃນທຸກພາກສ່ວນ ແລະການກະກຽມກອງປະຊຸມຄົບຄະນະພັກແຂວງຈຳປາສັກ ກາງສະໄໝ ໃຫ້ຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິ ການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ເລກທີ 268/ຄລສພ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເລກທີ 25/ຄຈສພ ເພື່ອຮັບປະກັນການດໍາ ເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ.

        ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກໍໄດ້ລາຍງານໂດຍສັງເຂບ ກ່ຽວກັບ ການຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, ການດໍາເນີນກອງປະຊຸມກາງສະໄໝ ຂອງ 12 ອົງຄະນະພັກ ແລະ ການນຳພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການັດຈັດຕັ້ງ  ໄດ້ສໍາເລັດການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນທົ່ວແຂວງ ໄປພ້ອມກັບການສັບຊ້ອນ, ຈັດວາງພະນັກ ງານທີ່ຢູ່ໃນແຜນກຳນົດ ຂັ້ນເມືອງ-ນະຄອນຄຸ້ມຄອງ; ສຳເລັດການປັບປຸງກົງຈັກການຈັດຕັ້ງ ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ເມືອງ, ປັບປຸງຂະແໜງການ ທີ່ຂຶ້ນກັບພະແນກ 191 ຂະແໜງ ເປັນ 151 ຂະແໜງ ແລະ 4 ໜ່ວຍງານ ສຳເລັດຕາມແຜນ; ຢູ່ຂັ້ນເມືອງ ສຳເລັດການປັບປຸງບັນດາໜ່ວຍງານ ທີ່ຂຶ້ນກັບຫ້ອງການຂອງເມືອງ, ນະຄອນ, ພ້ອມນັ້ນ ກໍໄດ້ຈັດວາງ ສັບຊ້ອນບຸກຄະລາກອນເຂົ້າໃສຕຳແໜ່ງງານຕ່າງໆ ຕາມທິດກະທັດຮັດສົມເຫດສົມຜົນ.

 

ຂ່າວ: ທັດຊະນະ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ