ເຈົ້າແຂວງຈຳປາສັກ ຕ້ອນຮັບປະທານອົງການກວດສອບແຫ່ງລັດ

16/03/2023

ເຈົ້າແຂວງຈຳປາສັກ ຕ້ອນຮັບປະທານອົງການກວດສອບແຫ່ງລັດ

        ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ວຽງທະວີສອນ ເທບພະຈັນ   ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ, ໃນວັນທີ 16 ມີນາ 2023, ທີ່ຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວ ຊຸກຍູ້ວຽກງານ ຢູ່ແຂວງຈຳປາສັກ. ໂອກາດນີ້, ທ່ານ ເຈົ້າແຂວງໄດ້ສະແດງການຕ້ອນຮັບ ແລະມີຄວາມເປັນເອກະພາບສູງ ຕໍ່ການມາເຄື່ອນໄຫວ ຊຸກຍູ້ວຽກງານຂອງ ທ່ານ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໃນເທື່ອນີ້, ພ້ອມນັ້ນ ທ່ານເຈົ້າແຂວງ ກໍໄດ້ມີບາງຄຳເຫັນ ສະເໜີ ແລກປ່ຽນ ເພື່ອຊຸກຍູ້ ແກ້ໄຂ ຜົນການກວດສອບ ແລະ ວຽກງານຕ່າງໆ ທີ່ຕິດພັນກັບວຽກງານກວດສອບ ເພື່ອຍົກສູງຄວາມຮັບຜິດຊອບ ສະເໜີ ໃຫ້ມີການຝຶກອົບຮົມ ຂັ້ນວິຊາການ ໃຫ້ຂະແໜງການກ່ຽວຂ້ອງ ເພື່ອປຶກສາຫາລືແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບການປັບປຸງແກ້ໄຂຜົນການກວດສອບ ເພື່ອພັດທະນາວຽກງານກວດສອບ ແລະ ຂໍໃຫ້ ສືບຕໍ່ ກຳນົດ ນິຕິກຳລຸ່ມກົດໝາຍຕື່ມ ເພື່ອປັບປຸງກົນໄກການປະສານງານ ຂັ້ນທ້ອງຖິ່ນ, ຍົກສູງຄວາມຮັບຜິດຊອບໃນການປະສານສົມທົບ, ຕິດຕາມ-ຊຸກຍູ້ ແລະ ກວດຄືນການແກ້ໄຂຜົນການກວດສອບ ແລະ ການປະຕິບັດນະໂຍບາຍຕໍ່ການແກ້ໄຂທີ່ມີປະສິດທິຜົນ ດີຂຶ້ນ.

ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຊົມເຊີຍ ຕໍ່ ການຊີ້ນຳ-ນຳພາ ຂອງການນຳແຂວງຈຳປາສັກ ໃນ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍເຫັນວ່າ ມີຜົນງານອັນພົ້ນເດັ່ນ ຫຼາຍດ້ານ ແລະ ການມາເຄື່ອນໄຫວວຽກງານທີ່ແຂວງຈຳປາສັກໃນເທື່ອນີ້ ແມ່ນເພື່ອຢ້ຽມຢາມ ຖາມຂ່າວ,  ຊອກຮູ້ ສະພາບການດ້ານຕ່າງໆ, ຊຸກຍູ້ແລກປ່ຽນ ແລະ ຖອດຖອນບົດຮຽນ ໃນວຽກງານການກວດສອບ, ພ້ອມກັນນັ້ນກໍ່ໄດ້ ລາຍງານໃຫ້ຮູ້ ກ່ຽວກັບ ປະກົດການໃໝ່ ອັນພົ້ນເດັ່ນ, ຕັ້ງໜ້າ ແລະຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂ, ໂດຍສະເພາະ ແມ່ນໄດ້ມີການປັບປຸງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ທີ່ເນັ້ນໃຫ້ວຽກງານກວດສອບມີຄວາມໜັກແໜ້ນ ຂຶ້ນຕື່ມ.

ຂ່າວ: ທັດຊະນະ. ພາບ: ພູທິບສະຫວັນ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ