ເຈົ້າແຂວງຈຳປາສັກ ຢ້ຽມຢາມ ອ້າຍນ້ອງ ກອງຮ້ອຍທະຫານຊາຍແດນ 519

15/03/2023

ເຈົ້າແຂວງຈຳປາສັກ ຢ້ຽມຢາມ ອ້າຍນ້ອງ ກອງຮ້ອຍທະຫານຊາຍແດນ 519

        ໃນວັນທີ 14 ມີນາ 2023 ຜ່ານມາ, ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນແຂວງ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມອ້າຍ-ນ້ອງ ນາຍ ແລະ ພົນທະຫານ ກອງຮ້ອຍທະຫານຊາຍແດນ 519 ໂດຍມີ ທ່ານ ພັນເອກ ແຫວນຄໍາ ຈະເລີນວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງປະທຸມພອນ, ມີຄະນະພັກ-ຄະນະບັນຊາ ນາຍ ແລະ ພົນທະ ຫານ ຂອງກົມກອງດັ່ງກ່າວໃຫ້ການຕ້ອນຮັບ. ທ່ານ ພັນຕີ ບຸນນອງ ໝັ້ນອະນຸສອນ ຕ່າງໜ້າຄະນະພັກ, ຄະນະບັນຊາ ກອງຮ້ອຍທະຫານຊາຍແດນ 519 ໄດ້ລາຍງານ ສະພາບໂດຍລວມຂອງກົມກອງ, ຜ່ານມາໄດ້ເອົາໃຈໃສ່ນໍາພາ ຈັດຕັ້ງເຄື່ອນໄຫວ ເພື່ອປົກປັກຮັກສາຄວາມສະຫງົບຕາມເຂດຊາຍແດນ ແລະ ເຂດປ່າ ດົງເຊປຽນ, ອັດປ່ອງຂ້າມລອຍ ຂອງສັດຕູ ແລະ ກຸ່ມຄົນບໍ່ຫັວງດີ ໃນເຂດຄວາມຮັບຜິດຊອບຂອງຕົນ ຢ່າງເປັນປະຈໍາ ໂດຍລວມແລ້ວ ແມ່ນມີຄວາມສະຫງົບ ເປັນພື້ນຖານ.
        ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕີລາຄາສູງ ຕໍ່ການຊີ້ນຳ-ນຳພາຂອງ ຄະນະພັກ, ຄະນະບັນຊາ ກອງຮ້ອຍທະຫານຊາຍແດນ 519 ໃນການປະຕິບັດ ສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະ ການປົກປັກຮັກສາຊາຍແດນ, ກອງຮ້ອຍ 519 ເຊິ່ງ ທີ່ຕັ້ງເປັນເຂດໜຶ່ງທີ່ທຸລະກັນດານ ແລະ ຫ່າງໄກສອກຫລີກ, ຜ່ານການເຄື່ອນໄຫວຂອງບັນດາສະຫາຍຄະນະນໍາ ແລະ ບັນດາອ້າຍນ້ອງທະຫານ ເຮັດໃຫ້ເຂດແດນມີຄວາມສະຫງົບ ເປັນເຂດແດນມິດຕະພາບ ພ້ອມທັງຮັກສາຊັບພະຍາກອນທໍາມະຊາດ ເຂດນໍ້າແດນດິນຂອງລາວ ແລະ ຂໍໃຫ້ບັນດາສະຫາຍອ້າຍນ້ອງທັງໝົດ ຈົ່ງສືບຕໍ່ມູນເຊື້ອຮັກສາຄວາມສາມັກຄີເປັນປຶກແຜ່ນ ເປັນກໍາລັງແຮງໃຫ້ແກ່ປະເທດຊາດ ກໍຄື ແຂວງຈໍາປາສັກ ແລະ ການຢ້ຽມຢາມນີ້, ແມ່ນຢັ້ງຢືນເຖິງຄວາມເປັນຫ່ວງເປັນໄຍຂອງຄະນະພັກທຸກຂັ້ນ ຕະຫລອດຮອດ ປະຊາຊົນແຂວງຈຳປາສັກ ທີ່ມີຕໍ່ອ້າຍນ້ອງກອງທັບປະຊາຊົນປະຕິວັດລາວ ໂດຍສະເພາະ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ອົງການປົກຄອງແຂວງ ຂໍອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະນຳ, ພະນັກງານ-ນັກຮົບກຳລັງປະກອບອາວຸດທົ່ວກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງຈຳປາສັກ ແລະ ຄະນະ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸ-ເຄື່ອງໃຊ້ ແລະ ພິເສດມີ ພັນລະຍາທ່ານເຈົ້າແຂວງຈຳປາສັກ ກໍຄື ໃນນາມຄອບຄົວການນຳ ຍັງໄດ້ມອບເງິນສົດ ຈຳນວນ 10 ລ້ານກີບ ໃຫ້ກົມກອງ ດັ່ງກ່າວ ນຳອີກ.
 
ຂ່າວ: ພູທິບສະຫວັນ.

 

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ