15/03/2023

ບໍລິສັດ ວິນວິນ ລາວ ຈຳກັດຜູ້ດຽວ ມອບອຸປະກອນການແພດ ປະເພດເຄື່ອງກວດໂຄວິດ (COVID-19 Kit) ຈຳນວນ 800 ຊຸດ, ມູນຄ່າ ປະມານ 100 ລ້ານກີບ ໃຫ້ແຂວງຈຳປາສັກ ເພື່ອປະກອບສ່ວນເຂົ້າໃນວຽກງານທາງການແພດ ຂອງຂະແໜງສາທາລະນະສຸກ ແລະ ວຽກງານທີ່ກ່ຽວຂ້ອງຂອງແຂວງ ໂດຍມີພິທີມອບ-ຮັບ ໃນວັນທີ 13 ມີນາ 2023 ຜ່ານມາ ໂດຍການກ່າວມອບຂອງ ທ່ານ ຈູນ ຢອງ ຈຸນ (JUN YONG CHUL) ປະທານບໍລິສັດ ວິນວິນ ລາວ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີ ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າຫ້ອງວ່າການແຂວງ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈມາຍັງ ປະທານບໍລິສັດ ວິນວິນ ລາວ ຈຳກັດຜູ້ດຽວ ທີ່ໄດ້ມອບອຸປະກອນການແພດ, ເຄື່ອງກວດໂຄວິດ ໃຫ້ແຂວງຈຳປາສັກໃນຄັ້ງນີ້, ພ້ອມທັງສະເໜີໃຫ້ ທ່ານປະທານບໍລິສັດ ວິນວິນ ລາວ ຈຳກັດຜູ້ດຽວ ສືບຕໍ່ໃຫ້ການຊ່ວຍເຫລືອ ອຸປະກອນການແພດ ທີ່ ຍັງບໍ່ທັນພຽງພໍ ກັບຄວາມຮຽກຮ້ອງຕ້ອງການ ເປັນຕົ້ນ ເຄື່ອງຟອກໝາກໄຂ່ຫລັງ ແລະ ອຸປະກອນຈຳເປັນອື່ນທີ່ຈໍາເປັນ ເພື່ອຮອງຮັບການປິ່ນປົວປະຊາຊົນ ພາຍໃນແຂວງຈຳປາສັກ ແລະ ແຂວງໃກ້ຄຽງ, ທັງເປັນການຈັດຕັ້ງປະຕິບັດຄາດໝາຍ 11 ຕົວຊີບອກດ້ານສາທາລະນະສຸກ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ.