14/03/2023

ທີ່ຕັ້ງ ແລະ ຈຸດພິເສດ: ເມືອງໂພນທອງເປັນເມືອງໜຶ່ງທີ່ຂຶ້ນກັບແຂວງຈຳປາສັກ ຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງຫ່າງຈາກສຳນັກງານແຂວງ ຈໍາປາສັກ ປະມານ 14 ກິໂລແມັດ ມີຊາຍແດນຕິດຈອດກັບ 4 ເມືອງ ແລະ 1 ນະຄອນຄື: ເມືອງຊະນະສົມບູນ, ນະຄອນປາກເຊ, ເມືອງບາຈຽງຈະເລີນສຸກ, ເມືອງປະທຸມພອນ ແລະ ເມືອງຈໍາປາສັກ, ຍັງເປັນເມືອງມີຊາຍແດນຕິດຈອດ ກັບ ອໍາເພີສີຣິນທອນ, ຈັງຫວັດອຸບົນຣາຊະທານີ, ຣາຊະອານາຈັກໄທ. ເມືອງໂພນທອງ : ມີພົນລະເມືອງທັງໝົດ 103.286 ຄົນ, ຍິງ 52.526 ຄົນ, ມີ 18.189 ຄອບຄົວ, ມີ 2 ຊົນເຜົ່າຄື : ຊົນເຜົ່າລາວລຸ່ມກວມ 97,9% ແລະ ຊົນເຜົ່າພະແກ້ວ ( ກະຕາງ ) 2,1%. ເຂດທົ່ງພຽງມີເນື້ອທີ່ທັງໝົດ: 100.855 ເຮັກຕາ, ເນື້ອທີ່ນາປີ 35.040 ເຮັກຕາ, ນາແຊງ 500 ເຮັກຕາ. ການປົກຄອງ: ມີ 9 ກຸ່ມບ້ານ ແລະ ມີ 71 ບ້ານ ( ບ້ານໃຫ່ຍເປັນຕົວເມືອງນ້ອຍ 3 ບ້ານ ແລະ ບ້ານພັດທະນາ 65 ບ້ານ ). ມີກຸ່ມຫັດຖະກໍາ 1 ກຸ່ມ, ຈັກສານໄມ້ປ່ອງ ມີ 1 ບ້ານ, ມີ 720 ຄອບຄົວ, ມີ ຈໍານວນສາມາຊິກ 4.379 ຄົນ, ຫັດຖະກໍາຖັກຟອຍ ມີ 9 ບ້ານ, ມີ 2.119 ຄອບຄົວ, ມີຈໍານວນພົນ 11.303 ຄົນ. ຫັດຖະກໍາຕໍ່າແຜ່ນ ມີ 5 ບ້ານ ຈໍານວນ 1.288 ຄອບຄົວ,ມີຈໍານວນພົນ 2.995 ຄົນ. ໃນນັ້ນເດັ່ນກວ່າໝູ່ແມ່ນ : ກຸ່ມຈັກສານກະຕິບເຂົ້າບ້ານຝັ່ງແດງ, ກຸ່ມຖັກຟອຍບ້ານວັງເຕົ່າ, ກຸ່ມຕໍ່າສິ້ນໄໝບ້ານສະໝັນ ໄດ້ຮັບໃບຢັ້ງຢືນ ໜຶ່ງເມືອງໜຶ່ງຜະລິດຕະພັນ ເປັນສິນຄ້າໂອດອບ. ຂົງເຂດເສດຖະກິດ ໄດ້ເພີ່ມທະວີບັນດາມາດຕະການ ແລະ ເຄື່ອງມືທີ່ເປັນໄມ້ງັດເສດຖະກິດ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ໃຫ້ຖືກຕາມທິດ ແລະ ບັນລຸຄາດໝາຍທີ່ວາງໄວ້, ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສ່ແກ້ໄຂສິ່ງກີດຂວາງທີ່ກົດໜ່ວງທ່ວງດຶງ ໃນການພັດທະນາທຸລະກິດ ກໍ່ຄືການພັດທະນາຕາມ 4 ບຸກທະລຸຂອງພັກ ໃຫ້ແຂງແຮງ
ດ້ານກະສິກຳ: ແຜນງານຄໍ້າປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ໃນນັ້ນ:
- ການປູກເຂົ້ານາປີໃນແຜນການ 35.040 ເຮັກຕາ, ຜົນຜະລິດ 122.640 ໂຕນ.
- ການປູກເຂົ້ານາແຊງໃນເນື້ອທີ່ແຜນການ 500 ເຮັກຕາ, ຜົນຜະລິດ 2.500 ໂຕນ.
- ການປູກພືດລະດູແລ້ງໃນເນື້ອທີ່ແຜນການ 2.100 ເຮັກຕາ, ຜົນຜະລິດ 9.072 ໂຕນ.
- ການປູກພືດລະດູຝົນໃນເນື້ອທີ່ແຜນການ 1.863 ເຮັກຕາ, ຜົນຜະລິດ 11.474 ໂຕນ.
ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022 ຂອງເມືອງໂພນທອງ ແມ່ນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 8 ສະໄໝທີ IX ຂອງອົງຄະນະພັກເມືອງ. ເຊີ່ງອົງການປົກຄອງເມືອງພວກເຮົາໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດຢ່າງໜັກແໜ້ນ ແລະ ມີຜົນງານອັນໂດດເດັ່ນໃນຫຼາຍດ້ານ, ເຮັດໃຫ້ເສດຖະກິດ - ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງສາມາດບຸກທະລຸໄດ້ໃນຫຼາຍດ້ານ.