ຈຳປາສັກ-ສະຫວັນນະເຂດ ພົບປະແລກປ່ຽນ ວຽກງານເສນາທິການ

10/03/2023

ຈຳປາສັກ-ສະຫວັນນະເຂດ ພົບປະແລກປ່ຽນ ວຽກງານເສນາທິການ

        ກອງປະຊຸມ ພົບປະແລກປ່ຽນບົດຮຽນ ວຽກງານເສນາທິການ ຮ່ວມລະຫວ່າງ ຫ້ອງວ່າການແຂວງຈໍາປາສັກ ກັບ ຫ້ອງວ່າການແຂວງສະຫວັນະເຂດ ຈັດຂຶ້ນໃນ ວັນທີ 10 ມີນາ 2023 ຜ່ານມາ ຢູ່ແຂວງຈຳປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າຫ້ອງວ່າການແຂວງ ຈຳປສັກ ແລະ ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການແຂວງສະຫວັນະເຂດ, ມີ ຄະນະຫ້ອງວ່າການແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການຂອງ ສອງແຂວງ ເຂົ້າຮ່ວມ.
ການພົບປະໃນຄັ້ງນີ້, ແມ່ນເປັນການ ຮັດແໜ້ນຄວາມສາມັກຄີ ທັງເປັນການແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະ ໃນ 3 ຫົວຂໍ້ຫລັກເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານເສນາທິການໃຫ້ການນຳແຂວງ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ເປັນວຽກບູລິມະສິດ ທີ່ສຳຄັນ ໂດຍໄດ້ກຳນົດເອົາວຽກນີ້ເປັນວຽກຍຸດທະສາດຍາວນານ ແລະ ຕໍ່ເນື່ອງ ແລະ ວຽກງານທີ່ຕິດພັນກັບການຊຸກຍູ້ສົ່ງເສີມ-ການຄຸ້ມຄອງການທ່ອງທ່ຽວ ຂອງສອງແຂວງ ໃນວຽກງານພັດທະນາເສດຖະ ກິດ-ສັງຄົມ ເພື່ອສ້າງລາຍຮັບໃຫ້ແກ່ແຂວງ ຊຸກຍູ້ສົ່ງເສີມ ການທ່ອງທ່ຽວຕາມຈຸດພິເສດ ແລະ ທ່າແຮງຂອງແຂວງ ເປັນຕົ້ນ ການທ່ອງທ່ຽວແບບອະນຸລັກທຳມະຊາດ, ວັດທະນະທຳ, ປະຫວັດສາດ, ກະສິກຳ ແລະ ຮູບແບບອື່ນໆ. ນອກຈາກນັ້ນ, ສອງແຂວງ ຍັງໄດ້ມີຄຳເຫັນແລກປ່ຽນບັນຫາ ທີ່ຕິດພັນກັບວຽກງານການຈັດຕັ້ງ ແລະ ພະນັກງານ, ວຽກຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ. ທັງນີ້, ກໍເພື່ອຮັບປະກັນ ການເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ.
 
ຂ່າວ: ທັດຊະນະ

 

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ