ແຜນພັດທະນາເສດຖະກິດ-ສັງຄົມ
ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງຈໍາປາສັກ
- ທິດທາງລວມ: ສືບຕໍ່ພັດທະນາແຂວງ ບົນພື້ນຖານໝາກຜົນຂອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາ ໂດຍສືບຕໍ່ຂຸດຄົ້ນນໍາໃຊ້ຈຸດພິເສດ ແລະ ທ່າແຮງຂອງແຂວງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ຖືເອົາຄຸນນະພາບເປັນຕົ້ນຕໍ, ສືບຕໍ່ພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຖືເອົາເສດຖະກິດເປັນພື້ນຖານ, ວັດທະນະທຳ-ສັງຄົມເປັນສຳຄັນ ແລະ ສິ່ງແວດລ້ອມ ເປັນສິ່ງຢັ້ງຢືນເຖິງຄຸນນະພາບ ຂອງການພັດທະນາ.
- ທິດທາງແຕ່ລະຂົງເຂດ:
- ຂົງເຂດເສດຖະກິດ: ສົ່ງເສີມການຜະລິດເປັນສິນຄ້າຢ່າງແຂງແຮງ ຕາມຈຸດພິເສດ ແລະ ທ່າແຮງຂອງແຂວງ, ຍູ້ຂະບວນການ “ຈໍາປາສັກຜະລິດ, ຈໍາປາສັກຊື້, ຈໍາປາສັກໃຊ້, ຈໍາປາສັກຂາຍ ໃຫ້ພາຍໃນ ແລະ ຕ່າງປະເທດ”; ສົ່ງເສີມການຜະລິດກະສິກຳ ທີ່ຕິດພັນກັບການສົ່ງເສີມອຸດສາຫະກຳປຸງແຕ່ງ; ສ້າງ, ປັບປຸງ ແລະພັດທະນາແຫລ່ງທ່ອງທ່ຽວໃຫ້ມີຄຸນນະພາບ, ເຮັດການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ໃຫ້ມີປະສິດທິຜົນ; ຊຸກຍູ້ການຜະລິດຫັດຖະກຳ ຕາມທ່າແຮງ ແລະມູນເຊື້ອຂອງປະຊາຊົນຢູ່ແຕ່ລະທ້ອງຖິ່ນ; ສ້າງແຫລ່ງຜະລິດພະລັງງານສະອາດພາຍໃນແຂວງ ໃຫ້ພຽງພໍກັບການຊົມໃຊ້ພາຍໃນ ແລະ ມີເຫຼືອເພື່ອສົ່ງອອກ; ປັບປຸງ ແລະ ສ້າງໃໝ່ພື້ນຖານໂຄງລ່າງຄົມມະນາຄົມ ແລະ ການສືສານໃຫ້ສະດວກ ເພື່ອສົ່ງເສີມການເຊື່ອມຈອດທາງດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ການບໍລິການ.
- ຂົງເຂດວັດທະນະທຳ-ສັງຄົມ: ພັດທະນາ ແລະ ຍົກສູງຄຸນນະພາບຊັບພະຍາກອນມະນຸດຢ່າງຮອບດ້ານ; ປັບປຸງການເຂົ້າເຖິງ ແລະ ການບໍລິການດ້ານການສຶກສາ ແລະ ສາທາລະນະສຸກ ໃຫ້ມີຄຸນນະພາບ ແລະ ທົ່ວເຖິງກ່ວາເກົ່າ; ຊຸກຍູ້ສົ່ງເສີມ ແລະ ພັດທະນາກິລາ-ກາຍຍະກໍາ ເພື່ອໃຫ້ມວນຊົນເຂົ້າຮ່ວມ ຫຼາຍຂຶ້ນ; ປົກປັກຮັກສາ ແລະ ສົ່ງເສີມວັດທະນະທຳ ທີ່ເປັນເອກະລັກ ແລະ ມີຄຸນຄ່າຂອງທ້ອງຖິ່ນ; ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ ແລະ ຕອບສະໜອງ ຕໍ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ; ປະຕິບັດນະໂຍບາຍດ້ານສະຫວັດດີການ-ສັງຄົມ ໃຫ້ທົ່ວເຖິງ, ປົກປ້ອງ ແລະ ຊ່ວຍເຫລືອຜູ້ດ້ອຍໂອກາດ; ຍົກບົດບາດເພດຍິງ ແລະ ເຜົ່າ ເພື່ອສ້າງຄວາມສະເໝີພາບ ແລະ ເທົ່າທຽມກັນໃນສັງຄົມຫຼາຍຂຶ້ນ.
- ຂົງເຂດສິ່ງແວດລ້ອມ: ປົກປັກຮັກສາ ແລະ ຟື້ນຟູທຳມະຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນແມ່ນ ທີ່ດິນປ່າໄມ້, ແຫລ່ງນໍ້າ, ສັດປ່າ, ສັດນໍ້າ ແລະ ຊີວະນາໆ ພັນ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ; ຄຸ້ມຄອງການນໍາໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ ແລະ ຄຸ້ມຄ່າ, ປະສົມປະສານການອານຸລັກ ແລະ ການພັດທະນາໃຫ້ສົມດູນ; ສາມາດປົກປັກຮັັກສາ, ເສີມຂະຫຍາຍ ແລະ ນໍາໃຊ້ຊັບພະຍາກອນ ໃຫ້ເກີດປະໂຫຍດສູງສຸດຕໍ່ປະຊາຊົນ ທັງໃນສະເພາະໜ້າ ແລະ ຍາວນານ; ຕິດຕາມສະພາບ ແລະ ກະກຽມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພທຳມະຊາດ ທີ່ອາດຈະເກີດຂຶ້ນ; ຄຸ້ມຄອງສະພາບແວດລ້ອມຕົວເມືອງ ແລະ ຊົນນະບົດໃຫ້ໜ້າຢູ່, ຮັກສາໄດ້ຄວາມສະອາດ, ສີຂຽວ ແລະ ສົມດູນ.
- ຂົງເຂດທີ່ພົວພັນກັບຫລາຍຂະແໜງການ: ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢ່າງແຂງແຮງ; ສ້າງບ້ານພັດທະນາປະຊາຊົນຢູ່ດີກິນດີຢ່າງທົ່ວເຖິງ; ສົ່ງເສີມການຄົ້ນຄ້ວາ ແລະ ນໍາໃຊ້ໝາກຜົນທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອການພັດທະນາແບບຍືນຍົງ; ສົ່ງເສີມການປະສານງານ ແລະ ການຮ່ວມມື ລະຫວ່າງພາກລັດ, ສະຖາບັນການສຶກສາ, ພາກທຸລະກິດ ແລະ ພາກສັງຄົມໃຫ້ແໜ້ນແຟ້ນ; ຂະຫຍາຍການພົວພັນ ແລະ ຮ່ວມມືສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ຊ່ວຍເຫລືອ ທັງຍູ້ແຮງການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ; ຍົກປະສິດທິພາບ ຂອງວຽກງານຄຸ້ມຄອງລັດ ແລະ ສົ່ງເສີມການຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ລະບຽບການຢ່າງແຂງແຮງ; ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງດ້ານສັງຄົມໃຫ້ໜັກແໜ້ນ.