ທີ່ຕັ້ງແລະຈຸດພິເສດ ເມືອງມຸນລະປາໂມກ

07/03/2023

ທີ່ຕັ້ງແລະຈຸດພິເສດ ເມືອງມຸນລະປາໂມກ

ທີ່ຕັ້ງແລະຈຸດພິເສດ. ເມືອງມຸນລະປາໂມກມີຂອບເຂດຊາຍແດນ ຕິດກັບເມືອງສຸຂຸມາຍາວ 49 ກິໂລແມັດ, ເມືອງໂຂງ 48 ກິໂລແມັດ, ລາຊະອານາຈັກກຳປູເຈຍ 109 ກິໂລແມັດ ແລະ ຣາຊະອານາຈັກໄທ 55 ກິໂລແມັດ, ມີເນື້ອທີ່ທັງໝົດ 232.218,94  ເຮັກຕາ.

ພູມສັນຖານແບ່ງອອກເປັນ 3 ລັກສະນະຄື:

ໜຶ່ງ: ພື້ນທີ່ລຽບຕາມແຄມແມ່ນ້ຳຂອງ, ສ່ວນໜື່ງຂອງເຊລໍາເພົາ: ກວມເອົາກຸ່ມບ້ານເວີນແຄນ, ກຸ່ມສະພັງ ແລະ ກຸ່ມບ້ານນາດີ.

ສອງ: ພື້ນທີ່ລະຫວ່າງກາງ ກຸ່ມບ້ານກະດັນ, ສ່ວນໜຶ່ງເປັນເຂດປ່າຜະລິດ, ປ່າໂຄກຫ່າງ 

ສາມ: ພື້ນທີ່ເຂດນອກ ຕາມບໍລິເວນຊາຍແດນ ຂຶ້ນກັບກຸ່ມບ້ານໜອງງາ.

ດ້ານການປົກຄອງ: ເມືອງມຸນລະປາໂມກມີ 5 ກຸ່ມບ້ານ, ມີ 36 ບ້ານໃນນັ້ນ: ມີ  8 ບ້ານໃຫຍ່,   ມີ 7.144 ຄົວເຮືອນມີ 7.642 ຫຼັງຄາ, ພົນລະເມືອງທັງໝົດ 42.904 ຄົນ, ຍິງ 21.363 ຄົນ ໃນນັ້ນ:ເຜົ່າລາວກວມ 85%, ຂະແມ ກວມ 15%, ຄວາມໜາແໜ້ນຂອງພົນລະເມືອງສະເລ່ຍ 18 ຄົນຕໍ່ກິໂລແມັດຕາຕະລາງ, ພົນລະເມືອງອາໃສຢູ່ເຂດຕົວເມືອງ 22%, ເຂດຊົນນະບົດ 78%, ມີອາຊີບກະສິກໍາ ກວມ 85%,ອາຊີບອື່ນ 15%  ປັດຈຸບັນຄົວເຮືອນທຸກຍາກຍັງເຫຼືອ 332 ຄົວເຮືອນໃນນັ້ນ: ສັງຄົມລ້ຽງດູ 34 ຄົວເຮືອນ.

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ໄດ້ສຸມໃສ່ຍູ້ແຮງ ເສດຖະກິດໃຫ້ມີທ່າອ່ຽງຂະຫຍາຍຕົວ, ເອົາໃຈໃສ່ສ້າງ ຂະບວນການຜະລິດ,ການປູກພືດຜັກ ແລະ ການຜະລິດເປັນສິນຄ້າອື່ນໆ ໃຫ້ກວ້າງຂວາງ, ໄດ້ເອົາໃຈໃສ່ສົ່ງເສີມການບໍລິການ, ການຄ້າ, ດຶງດູດການລົງທຶນຈາກຫຼາຍພາກສ່ວນພ້ອມນັ້ນໄດ້ເອົາໃຈໃສ່ສຸມທຸກກໍາລັງແຮງໃນການຈັດຕັ້ງປະຕິບັດບັນດານິຕິກໍາ, ນະໂຍບາຍ ຕິດພັນກັບ ການປະຕິບັດ 2 ວາລະແຫ່ງຊາດ ສະເພາະ ແມ່ນ ການແກ້ໄຂຄວາມຫຍຸ້ງ ດ້ານເສດຖະກິດ - ການເງີນ, ສ້າງຄວາມເຂັ້ມແຂງດ້ານສັງຄົມ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ( COVID- 19 ) ແລະ ການລະບາດຂອງພະຍາດ ລະດູການ ຊຶ່ງມັນ ສະແດງອອກໃນຜົນສໍາເລັດ ບາງຕົວເລກຄາດໝາຍໃນແຕ່ລະດ້ານ

ການນໍາພາ ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍທີ່ສຳຄັນຂອງແຜນໃຫ້ບັນລຸເປັນຕົ້ນ: ລວມຍອດມູນຄ່າຜະລິດຕະພັນພາຍໃນເມືອງຂະຫຍາຍຕົວໃນລະດັບ 5,43% ສ້າງມູນຄ່າຕາມລາຄາໃນປີໃຫ້ໄດ້ 272.368 ລ້ານກີບລວມຍອດລາຍຮັບສະເລັ່ຍຕໍ່ຫົວຄົນຈະໄດ້ 761 ໂດລາສະຫະລັດຫຼື ເທົ່າກັບ 6.468.500ກີບ; ໃນນັ້ນ:      ຂະແໜງກະສິກຳ ເພີ້ມຂຶ້ນ 4,09%; ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 0,69%; ຂະແໜງບໍລິການ ເພີ້ມຂຶ້ນ 0,65%; ມູນຄ່າການນໍາເຂົ້າໃຫ້ໄດ້ 5.192 ລ້ານກີບ; ຄວາມຕ້ອງການລົງທຶນໃນການພັດທະນາເສດຖະກິດ-ສັງຄົມ 85.163 ລ້ານກີບ ກວມປະມານ 31 % ຂອງລວມຍອດລາຍຮັບ, ໃນນັ້ນ: ການ​ລົງທຶນ​ຂອງ​ລັດກວມ 3%,ທຶນ​ຊ່ວຍ​ເຫຼືອ ODA ກວມ3%, ການ​ລົງທຶນເອກະຊົນ​ພາຍ​ໃນ-ຕ່າງປະ​ເທດ  ກວມ83% ແລະ ສິນ​ເຊື່ອ​ທະນາຄາ​ນ ກວມ10 %, ສູ້ຊົນເກັບລາຍຮັບງົບປະມານລວມ ໃຫ້ໄດ້ 10.449 ລ້ານກີບ.

ການນໍາພາປະຕິບັດຄາດໝາຍ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ແມ່ນ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ  ຄັ້ງທີ IX ​ແລະ ທັງ​​ເປັນ​​ການ​ຈັດຕັ້ງປະຕິບັດ​ມະ​ຕິກ​ອງປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງ​ພັກ ແລະ ປີທີ  3  ຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງ​ຄະນະ​ບໍລິຫານ​ງານ​ພັກເມືອງ, ພ້ອມນັ້ນ ຍັງສືບຕໍ່ປັບປຸງ ສ້າງເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ ຈາກແຜນ 5 ປີ ຄັ້ງທີ VII ຊຶ່ງຖືເອົາເສດຖະກິດເປັນພື້ນຖານ, ວັດທະນະທໍາ-ສັງຄົມ ເປັນສໍາຄັນ ແລະ ສິ່ງແວດລ້ອມເປັນສິ່ງຢັ້ງຢືນເຖິງຄຸນນະພາບຂອງການພັດທະນາ ໂດຍເລັງໃສ່ການພັດທະນາກະສິກໍາ,​ ອຸດສະຫະກໍາປຸງແຕ່ງ,​ ທ່ອງທ່ຽວ, ຫັດຖະກໍາ, ການຄ້າ, ການບໍລິການ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.

ດ້ານສະພາບການລົງທຶນ ການ​ຈັດຕັ້ງປະຕິບັດໂຄງການລົງທຶນ​ຂອງ​ລັດ.

ກ. ທຶນພາຍໃນ.

+ ທຶນໂຄງການສືບຕໍ່ມີ  4 ໂຄງການ: ມູນຄ່າ 19.392 ລ້ານກີບ ( ເເຂວງຄຸ້ມຄອງ ).

+ ທຶນໂຄງການປະຕິບັດໃໝ່ມີ 4 ໂຄງການ:  ມູນຄ່າ 7.182 ລ້ານກີບ.

+ ທຶນໂຄງການສໍາລະໜີ້ມີ 9 ໂຄງການ:  ມູນຄ່າລວມ 1.106 ລ້ານກີບ, ສໍາລະຜ່ານເມືອງມູນຄ່າ 736 ລ້ານກີບ.

ຂ. ທຶນຊກພ(ODA).

+ ປີ 2022 ໄດ້ຮັບທຶນໃນຂະເເໜງສຶກສາທິການ-ກິລາເເລະສາທາມີ 6 ໂຄງການ:  5.374 ລ້ານກີບໃນນັ້ນ: ທຶນໂຄງການມູນຄ່າ 5.042 ລ້ານກີບ, ປະຊາຊົນປະກອບສ່ວນມູນຄ່າ  332 ລ້ານກີບ.

ຄ. ແຜນການລົງທຶນຂອງລັດ

ສ້າງແຜນການລົງທຶນ ປີ 2023 ມີ 14 ໂຄງການ, ມູນຄ່າ 5.367 ລ້ານກີບ, ໃນນັ້ນ: ທຶນລັດ 2.757ລ້ານກີບ ເເລະ ທຶນ ຊກພ (ODA) 2.610 ລ້ານກີບ.

 + ການຈັດຕັ້ງປະຕິບັດການລົງທຶນຂອງລັດປີ 2022 ມີ  4 ໂຄງການມູນຄ່າ 7.182 ລ້ານກີບ, ສ້ອມແປງທາງ 14 ກໍ ປະຕິບັດໄດ້ 100 %   ສ້ອມແປງທາງຕາຜ້າບ້ານກະດັນ , ກໍ່ສ້າງຊົນລະປະທານບ້ານສະເຫຼົາໂສງ, ບ້ານຊານຫວ້າ.

ເບິ່ງຂໍ້ມູນອື່ນ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ