04/03/2023

ວັນທີ 3 ມີນາ 2023, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະນຳ ອົງການປົກຄອງ, ສະພາປະຊາຊົນແຂວງຈຳປາສັກ ໄດ້ລົງຢ້ຽມຢາມຖາມຂ່າວ ໃຫ້ກຳລັງໃຈປະຊາຊົນ ພ້ອມທັງຕິດຕາມສະພາບ ຈາກເຫດການ ອັກຄີໄພ (ໄຟໄໝ້) ເຮືອນປະຊາຊົນ ຢູ່ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ ວັນທີ 2 ມີນາຜ່ານມານີ້. ເຊີ່ງມີ ຈຳນວນບ້ານເຮືອນປະຊາຊົນ ທີ່ໄດ້ຮັບຜົນເສຍຫາຍ 28 ຫຼັງຄາເຮືອນ, ລວມມູນຄ່າເສຍຫາຍ ເບື້ອງຕົ້ນ ຈາກເຫດການດັ່ງກ່າວ 3,68 ຕື້ກວ່າກີບ.
ທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງປະທຸມພອນ ໄດ້ລາຍງານສະພາບຜົນເສຍຫາຍ ໂດຍອີງຕາມ ການລົງເກັບກຳຂໍ້ມູນເບື້ອງຕົ້ນ ຂອງຄະນະກຳມະການຕ້ານ, ຄວບຄຸມ ແລະ ຕອບໂຕໄພພິບັດຂັ້ນເມືອງ ໃນເວລາ ປະມານ 10:55 ໂມງ ຂອງ ວັນທີ 2 ມີນາ 2023, ໄດ້ເກີດອັກຄີໄພ (ໄຟໄໝ້ເຮືອນຂອງປະຊາຊົນ) ຢູ່ ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ ມີຈຳນວນຄອບຄົວເສຍຫາຍທັງໝົດ 28 ຫຼັງຄາ, ໃນນັ້ນມີ 16 ຫຼັງ ແມ່ນເສຍຫາຍ 100% ແລະ ເສຍຫາຍເລັກໜ່ອຍມີ 12 ຫຼັງ ລວມມູນຄ່າເສຍຫາຍ ເບື້ອງຕົ້ນ ຈາກເຫດການດັ່ງກ່າວ 3,68 ຕື້ກວ່າກີບ. ການຈັດຕັ້ງຄຸ້ມຄອງໃນໄລຍະເກີດເຫດເບື້ອງຕົ້ນ ແມ່ນໄດ້ນຳເອົາ ເຄື່ອງບັນເທົາທຸກ ນ້ຳດື່ມ,ເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ປະຊາຊົນພາຍໃນບ້ານ ແລະ ປັດຈຸບັນ, ມີຫຼາຍພາກສ່ວນໄດ້ເດີນທາງມາຊ່ວຍເຫຼືອສິ່ງຂອງຈຳເປັນ ເພື່ອບັນເທົາທຸກເບື້ອງຕົ້ນແກ່ປະຊາຊົນ ມີທັງ ເງິນສົດ ແລະ ເຄື່ອງໃຊ້ ລວມມູນຄ່າທັງໝົດ 141 ລ້ານກວ່າກີບ.
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກໍໄດ້ມີຄຳເຫັນໂອ້ລົມ ໃຫ້ກຳລັງໃຈປະຊາຊົນ ໂດຍ ສະແດງຄວາມຊົມເຊີຍການນຳກຸ່ມບ້ານ ແລະ ປະຊາຊົນ ທີ່ໄດ້ພ້ອມໃຈກັນແກ້ໄຂບັນຫາທີ່ເກີດຂື້ນ, ພ້ອມທັງສະແດງຄວາມເສົ້າໂສກ ເສຍໃຈ ແລະ ຂໍໃຫ້ປະຊາຊົນມີຄວາມອຸ່ນອ່ຽງທຸ່ນທ່ຽງ, ຈາກເຫດການດັ່ງກ່າວ ທ່ານເຈົ້າແຂວງຈຳປາສັກ ໄດ້ຊີ້ນຳໃຫ້ທ່ານຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ໃນນາມ ຜູ້ປະຈຳການ ຄະນະກຳມະການຕ້ານ, ຄວບຄຸມ ແລະ ຕອບໂຕໄພພິບັດຂັ້ນແຂວງ ສົມທົບກັບ ເມືອງ, ແລະພາກສ່ວນທີ່ກ່ຽວຂ້ອງ ຕ້ອງ ກວດກາຄືນໃໝ່ເຖິງ ຜົນເສຍຫາຍ ຕີເປັນມູນຄ່າເບື້ອງຕົ້ນຄືນຢ່າງລະອຽດ, ກຳນົດບູລິມະສິດສິ່ງຂອງບັນເທົາທຸກ ທີ່ຈໍາເປັນ ແລະ ກຳນົດຂັ້ນຕອນຕໍ່ໜ້າທີ່ຈະແກ້ໄຂບັນຫາສະຖານທີ່ພັກ ຢ່າງເໝາະສົມ ແລະ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ຮີບດ່ວນແກ້ໄຂ ການອອກແບບການກໍ່ສ້າງ ບ້ານຫຼັງໃໝ່ໃຫ້ແກ່ປະຊາຊົນ ຢ່າງມີຄວາມໝັ້ນຄົງ ຖາວອນ, ພ້ອມນັ້ນ ແຂວງຕ້ອງໄດ້ມີການຈັດສັນພື້ນຖານໂຄ່ງລ່າງ, ການຕັດຕາຜ້າ,ມາດຖານຂອງບ້ານໃໝ່ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ເອົາໃຈໃສ່ບັນຫາເລື່ອງສຸຂະອະນາໄມ ສິ່ງອຳນວຍຄວາມສະດວກ ທີ່ ປັດໃຈຫຼັກ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂື້ນ.
ຂ່າວ: ທັດຊະນະ.